ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຟູ້ອຽນ

(VOVWORLD) -ເນື່ອງໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຟູ້ອຽນ, ຕອນເຊົ້າວັນທີ 30 ມິຖຸນາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ລົງຢ້ຽມຢາມແມ່ຫວຽດນາມວິລະຊົນ ຫງວຽທິຊື້ ແລະ ບາງຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນນະຄອນຕຸຍຮ່ວາ
ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຟູ້ອຽນ - ảnh 1ທ່ານນາງປະທານສະພາແຫ່ງຊ ຫງວຽນທິກິມເງິນ ຂຶ້ນກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ30 ປີແຫ່ງວັນສ້າງຕັ້ງແຂວງ ຟູ້ອຽນ ຄືນໃໝ່ 

ກ່ອນໜ້ານັ້ນ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 30 ປີ ແຫ່ງວັນສ້າງຕັ້ງແຂວງ ຟູ້ອຽນ ຄືນໃໝ່ 1/7/1989-1/7/2019) ແລະ ຕອ້ນຮັບຫຼຽນໄຊເອກະລາດຊັ້ນໜຶ່ງໂດຍປະທານປະເທດມອບໃຫ້.

    ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ :

    “ ພື້ນຖານເສດຖະກິດຂອງແຂວງໃນຫຼາຍປີທີ່ຜ່ານມາ ໄດ້ບັນລຸລະດັບການເຕີບໂຕສູງພໍສົມຄວນ ແລະ ໄດ້ມີບາດກ້າວຫັນປ່ຽນຢ່າງແຂງແຮງຕາມທິດຫັນເປັນອຸດສາຫະກຳ ແລະ ທັນສະໄໝ; ຂົງເຂດອຸດສາຫະກຳ, ການຄ້າ, ການບໍລິການ ນັບມື້ນັບຂະຫຍາຍຕົວ ແລະ ສ້າງມູນຄ່າເພີ່ມສູງ. ຊຸມປີມໍ່ໆມານີ້, ທາງແຂວງໄດ້ເອົາໃຈໃສ່ຂຸດຄົ້ນ ແລະ ພັດທະນາບັນດາຂະແໜງເສດຖະກິດທະເລຕິດພັນກັບການພັດທະນາການທ່ອງທ່ຽວໃຫ້ແຂງແຮງ, ອັນໄດ້ນຳມາເຊິ່ງບັນດາໝາກຜົນທີ່ດີ ແລະ ເປີດທິດກ້າວເດີນໃໝ່ໃນອະນາຄົດ ”

ຕອບກັບ

ຂ່າວ/ບົດ​ອື່ນ