(VOVWORLD) - ຕອນເຊົ້າວັນທີ 23 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ເຂດເຕັກໂນໂລຢີສູງ ຮ່ວາລາກ - ຂຶ້ນກັບກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ.
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນ ທີ່ການເຮັດວຽກ |
ກ່າວຄຳເຫັນທີ່ ເຂດເຕັກໂນໂລຢີສູງຮ່ວາລາກ, ທ່ານນາງປະທານສະພາແຫ່ງຊາດ ເນັ້ນໜັກວ່າ ໃນໄລຍະຜ່ານມາ, ພັກ ແລະ ລັດ ໄດ້ເອົາໃຈໃສ່, ປະກາດໃຊ້ຫຼາຍແຜນນະໂຍບາຍ, ນະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງເຖິງຂົງເຂດວິທະຍາສາດ, ເຕັກໂນໂລຢີ, ສະເພາະ ສະພາແຫ່ງຊາດແມ່ນ ໄດ້ປະກາດໃຊ້ກົດໝາຍລົງເລິກຂະແໜງ 8 ສະບັບ. ຜ່ານນັ້ນໄດ້ສ້າງສຳເລັດລະບົບກົດໝາຍ, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການເຄື່ອນໄຫວວິທະຍາສາດ, ເຕັກໂນໂລຢີ.
ການສ້າງ ແລະ ພັດທະນາບັນດາສູນເຕັກໂນໂລຢີສູງ, ບັນດາຕົວເມືອງໃຫ້ແກ່ການພັດທະນາວິທະຍາສາດເຕັກໂນໂລຢີແມ່ນ ແຜນນະໂຍບາຍທີ່ຖືກຕ້ອງຂອງພັກ ແລະ ລັດ ເພື່ອແນໃສ່ຍົກສູງກຳລັງຄວາມສາມາດພາຍໃນປະເທດກ່ຽວກັບຂົງເຂດວິທະຍາສາດ, ເຕັກໂນໂລຢີ. ທ່ານນາງກ່າວວ່າ:
ກະຊວງວິທະຍາສາດ ແລະ ເຕັກໂນໂລຢີຄວນຄົ້ນຄ້ວາບົດຮຽນຂອງບັນດາປະເທດໃນໂລກ, ມີແຜນການເພີ່ມທະວີກຳລັງຄວາມສາມາດພັດທະນາເຂດເຕັກໂນໂລຢີສູງ ຮ່ວາລາກກ່ຽວກັບ ພື້ນຖານໂຄງລ່າງ, ສະພາບແວດລ້ອມແຫ່ງການລົງທຶນເພື່ອແນໃສ່ດຶງດູດບັນດານັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ, ແກ້ໄຂ ຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ, ສ້າງຄວາມສະດວກຢ່າງສຸດຂີດໃຫ້ແກ່ການເຄື່ອນໄຫວພັດທະນາເຕັກໂນໂລຢີພາຍໃນປະເທດ ແລະ ຕ່າງປະເທດທີ່ເຂົ້າມາຫວຽດນາມເພື່ອໃຫ້ ເຂດ ເຕັກໂນໂລຢີສູງຮ່ວາລາກ ກາຍເປັນສູນພັດທະນາເຕັກໂນໂລຢີຂອງທົ່ວປະເທດ ແລະ ເປັນເຂດຫຼືເປັນ ບ່ອນກຳເນີດຂອງແນວຄວາມຄິດທາງວິທະຍາສາດເຕັກໂນໂລຢີພູມປັນຍາ, ຜະລິດຕະພັນວິທະຍາສາດເຕັກໂນໂລຢີທີ່ມີຄຸນນະພາບຢ່າງແທ້ຈິງ, ສ້າງກຳລັງຄວາມແກ້ງແຍ້ງຂອງເຕັກໂນໂລຢີ ຫວຽດນາມ, ປະກອບສ່ວນເຂົ້າໃນການຍົກສູງສະມັດຕະພາບ, ປະສິດທິຜົນ, ກຳລັງແກ້ງແຍ້ງຂອງພື້ນຖານເສດຖະກິດ.
ແລະກໍ່ໃນຕອນເຊົ້າວັນທີ 31 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍ່ໄດ້ເປັນສັກຂີພິຍານໃນພິທີລົງນາມຂໍ້ຕົກລົງວ່າດ້ວຍການຮ່ວມມືຍຸດທະສາດລະຫວ່າງ ເຂດເຕັກໂນໂລຢີສູງ ຮ່ວາລາກ ແລະ ກຸ່ມບໍລິສັດ Viettel.