ປະທານສະພາແຫ່ງຊາດ ຫວຽດນາມ - ລາວ ດຳເນີນການເຈລະຈາ

(VOVWORLD) -ປະທານສະພາແຫ່ງຊາດ 2 ທ່ານເຫັນວ່າ 2 ຝ່າຍຄວນຕີລາຄາລະອຽດໝາກຜົນການຮ່ວມມືຂອງສະພາແຫ່ງຊາດ 2 ປະເທດໃນໄລຍະຜ່ານມາກວ່າອີກ, ແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມເຖິງ.
ປະທານສະພາແຫ່ງຊາດ ຫວຽດນາມ - ລາວ ດຳເນີນການເຈລະຈາ - ảnh 1 (ການເຈລະຈາລະຫວ່າງປະທານສະພາແຫ່ງຊາດ 2 ປະເທດ)

ໂດຍໄດ້ຮັບຄຳເຊື້ອເຊີນຈາກທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ, ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ລາວ ແລະ ພັນລະຍາ ມາຢ້ຽມຢາມສັດຖະວະໄມຕີ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 06 – 08 ທັນວາ 2021. ຕອນເຊົ້າວັນທີ 06 ທັນວາ, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເປັນປະທານພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ ລາວ. ພາຍຫຼັງພິທີຕ້ອນຮັບ, 2 ຝ່າຍໄດ້ດຳເນີນການເຈລະຈາ.

        ທີ່ການເຈລະຈາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເນັ້ນໜັກວ່າ, ການຢ້ຽມຢາມຄັ້ງນີ້ແມ່ນຂີດໝາຍສຳຄັນ ແລະ ມີຄວາມໝາຍຫຼາຍຢ່າງ ເພື່ອສືບຕໍ່ປັບປຸງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ ຫວຽດນາມ - ລາວ ເວົ້າລວມ; ລະຫວ່າງສະພາແຫ່ງຊາດ 2 ປະເທດເວົ້າສະເພາະ ໃຫ້ນັບມື້ນັບແທດຈິງ ແລະ ມີປະສິດທິຜົນ.

        ປະທານສະພາແຫ່ງຊາດ 2 ທ່ານເຫັນວ່າ 2 ຝ່າຍຄວນຕີລາຄາລະອຽດໝາກຜົນການຮ່ວມມືຂອງສະພາແຫ່ງຊາດ 2 ປະເທດໃນໄລຍະຜ່ານມາກວ່າອີກ, ແລກປ່ຽນກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມເຖິງ. ບົນພື້ນຖານນັ້ນ, ພິຈາລະນາລົງນາມໃນຂໍ້ຕົກລົງຮ່ວມມືໃໝ່ ດ້ວຍບັນດາການປັບປຸງ ແລະ ເພີ່ມເຕີ່ມລະອຽດໃຫ້ມີປະສິດທິຜົນ, ແທດຈິງກວ່າ. ຊຸກຍູ້ບາງເນື້ອໃນສຳຄັນຄື ການສົມທົບກັນຕິດຕາມກວດກາ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ສັນຍາສະບັບຕ່າງໆຢ່າງມີປະສິດທິຜົນ. ຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດ, ພິເສດແມ່ນບັນດາໜ້າທີ່ສຳຄັນໃນຍຸດທະສາດຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2030, ສັນຍາຮ່ວມມື ຫວຽດນາມ - ລາວ ໄລຍະ 2021 – 2025 ແລະ ສັນຍາສະບັບຕ່າງໆ.

        2 ຝ່າຍໄດ້ເຫັນເອກະພາບນຳກັນວ່າ ສະພາແຫ່ງຊາດ 2 ປະເທດຈະເພີ່ມທະວີການພົວພັນແລກປ່ຽນລະຫວ່າງກຸ່ມສະມາຊິກລັດຖະສະພາມິດຕະພາບ, ກຸ່ມສະມາຊິກສະພາແຫ່ງຊາດຍິງ, ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ; ເພີ່ມທະວີການພົວພັນແລກປ່ຽນ, ແລກປ່ຽນລະຫວ່າງບັນດາແຂວງທີ່ມີເສັ້ນຊາຍແດນຮ່ວມ ແລະ ແຂວງແຮກຊ່ຽວ…

        ກ່ຽວກັບການພົວພັນຫຼາຍຝ່າຍ, 2 ຝ່າຍຈະພ້ອມກັນສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນຄື: ກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນ (IPU), ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ (AIPA), ເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF), ສະຫະພັນລັດຖະສະພາໃຊ້ພາສາຝລັ່ງ (APF)…, ດຳເນີນການຈັດການພົບປະຢູ່ນອກກອງປະຊຸມ; ສົມທົບກັນແລກປ່ຽນຫຼັກໝັ້ນໃນບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ…

        ເນື່ອງໃນໂອກາດນີ້, ປະທານສະພາແຫ່ງຊາດ 2 ປະເທດໄດ້ເປັນສັກຂີພິຍານພິທີມອບ-ຮັບເຄື່ອງອຸປະກອນການແພດຂອງສະພາແຫ່ງຊາດ ຫວຽດນາມ ທີ່ໜູນຊ່ວຍສະພາແຫ່ງຊາດລາວ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ມີມູນຄ່າ 1 ລ້ານ USD.

ຕອບກັບ

ຂ່າວ/ບົດ​ອື່ນ