ປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຈະໄປຢ້ຽມຢາມ ມາຣົກ, ຝລັ່ງ, ເຮັດວຽກກັບລັດຖະສະພາ ເອີລົບ ແລະ ເຂົ້າຮ່ວມ IPU 140 ຢ່າງເປັນທາງການ
(VOVWORLD) - ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ລາຊະອານາຈັກ ມາຣົກ ແລະ ປະເທດ ສາທາລະນະລັດ ຝລັ່ງ ຢ່າງເປັນທາງການ
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ (ພາບ: TTXVN) |
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຈະນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ລາຊະອານາຈັກ ມາຣົກ ແລະ ປະເທດ ສາທາລະນະລັດ ຝລັ່ງ ຢ່າງເປັນທາງການ, ຢ້ຽມຢາມ ແລະ ເຮັດວຽກ ກັບ ລັດຖະສະພາ ເອີລົບ ແລະ ເຂົ້າຮ່ວມ ກອງປະຊຸມໃຫຍ່ຄັ້ງທີ 140 ສະຫະພັນລັດຖະສະພາ ສາກົນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຢູ່ ໂດຮາ, ປະເທດກາຕາ ໃນລະຫວ່າງວັນທີ 28 ມີນາ – 8 ເມສາ 2019.
ຕາມແຈ້ງການຂອງກຳມະທິການການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ບັນດາການຢ້ຽມຢາມ ແລະ ເຂົ້າຮ່ວມດັ່ງກ່າວແມ່ນປະຕິບັດຕາມຄຳເຊີນຂອງທ່ານປະທານສະພາຕ່ຳ ມາຣົກ Habib El Malki, ທ່ານປະທານສະພາຕ່ຳ ຝລັ່ງ Richard Ferrand, ທ່ານປະທານສະພາເອີລົບ (EP) Antonio Tajani, ທ່ານປະທານສະຫະພັນລັດຖະສະພາສາກົນ (IPU) Gabriela Cuevas ແລະ ທ່ານປະທານລັດຖະສະພາ ກາຕາ Barron Ahmad Bin Abdullah Al Mahmoud.