ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ເປັນ​ປະ​ທານ​ກອງ​ປະ​ຊຸມ​ສະຫຼຸບ​ປີ ປະ​ທານ AIPA 2020 ແລະ ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA ຄັ້ງ​ທີ 41

(VOVWORLD) - ຕອນບ່າຍວັນທີ 23 ທັນວາ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຫົວໜ້າຄະນະຊີ້ນຳແຫ່ງຊາດ AIPA ຄັ້ງທີ 41 ໄດ້ເປັນປະທານກອງປະຊຸມສະຫຼຸບ ປີປະທານ ສະພາລັດຖະສະພາລະຫວ່າງຊາດ ອາຊຽນ 2020 (ປະທານ AIPA 2020) ແລະ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 41 (AIPA ຄັ້ງທີ 41).
ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ເປັນ​ປະ​ທານ​ກອງ​ປະ​ຊຸມ​ສະຫຼຸບ​ປີ  ປະ​ທານ AIPA 2020 ແລະ ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ AIPA  ຄັ້ງ​ທີ 41 - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ປີ 2020 ແມ່ນປີ ຫວຽດນາມ ຮັບ 3 ໜ້າທີ່ສຳຄັນຄືເປັນ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ, ປະທານ ອາຊຽນ ແລະ ປະທານ AIPA ແລະ ກໍເປັນປີທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19 ແລະ ໄພທຳມະຊາດ ແຕ່ກໍສາມາດຢັ້ງຢືນໄດ້ວ່າ ຫວຽດນາມ ປະຕິບັດສຳເລັດທັງສາມໜ້າທີ່ສຳຄັນໄດ້ເປັນຢ່າງດີ, ປະກອບສ່ວນຍົກສູງອິດທິພົນຊື່ສຽງ ແລະ ທີ່ຕັ້ງບົດບາດຂອງ ຫວຽດນາມ ໃນພາກພື້ນ ແລະ ໃນໂລກ.

        ການຈັດຕັ້ງ ກອງປະຊຸມປະຈຳປີ ຄັ້ງທີ 26 ຂອງ ເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ ປະສົບຜົນສຳເລັດ (APPF – 26) ພ້ອມດ້ວຍບັນດາໝາກຜົນຂອງປີ ປະທານ AIPA 2020 ໄດ້ສ້າງຂີດໝາຍເພີ່ມເຕີມໃຫ້ແກ່ການເຄື່ອນໄຫວການທູດລັດຖະສະພາ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດລວມຂອງການເຄື່ອນໄຫວການຕ່າງປະເທດຂອງພັກ, ລັດ ຫວຽດນາມ.

        ວຽກງານການຕ່າງປະເທດຫຼາຍຝ່າຍຂອງ ສະພາແຫ່ງຊາດຫວຽດນາມ ໄດ້ສ້າງຂີດໝາຍພົ້ນເດັ່ນກ່ຽວກັບການເຊື່ອມຕໍ່ບັນດາອົງການລັດຖະສະພາ ເຊິ່ງ ສະພາແຫ່ງຊາດຫວຽດນາມ ເປັນສະມາຊິກ, ຜ່ານນັ້ນ ເສີມຂະຫຍາຍໄດ້ກຳລັງແຮງສັງລວມ, ດຶງດູດການເຂົ້າຮ່ວມຂອງລັດຖະສະພາສາກົນ ແລະ ພາກພື້ນ ເປັນຈຳນວນຫຼາຍ, ປະກອບສ່ວນຍົກສູງບົດບາດ ແລະ ທີ່ຕັ້ງບົດບາດຂອງສະພາແຫ່ງຊາດ ຫວຽດນາມ ໃນສະຫະພັນ ລັດຖະສະພາສາກົນ (IPU), ເວທີປາໄສ ລັດຖະສະພາ ອາຊີ - ປາຊີຟິກ (APPF), AIPA,…/.

ຕອບກັບ

ຂ່າວ/ບົດ​ອື່ນ