ປະທານສະພາແຫ່ງຊາດ ເວືອງດິ່ງເຫວ້: ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ ໃນບຸນປີໃໝ່ປະຈຳຊາດປີແມວ
(VOVWORLD) -ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ແກ່ກຳລັງປະກອບອາວຸດ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ກຳມະກອນ, ຜູ້ອອກແຮງງານ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນເມືອງ ບາດຊາດ, ແຂວງ ລາວກາຍ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ກຳລັງຕຳຫຼວດແຂວງ ລາວກາຍ (ພາບ: VOV) |
ໂດຍສືບຕໍ່ການຢ້ຽມຢາມ, ອວຍພອນບຸນປີໃໝ່ຢູ່ແຂວງ ລາວກາຍ, ຕອນເຊົ້າວັນທີ 16 ມັງກອນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ໄປຢ້ຽມຢາມ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ແກ່ກຳລັງປະກອບອາວຸດ, ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ, ກຳມະກອນ, ຜູ້ອອກແຮງງານ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນເມືອງ ບາດຊາດ, ແຂວງ ລາວກາຍ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຕີລາຄາສູງຜົນງານເຊິ່ງແຂວງ ລາວກາຍ ບັນລຸໄດ້ໃນໄລຍະຜ່ານມາ |
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຕີລາຄາສູງຕໍ່ຜົນງານເຊິ່ງແຂວງ ລາວກາຍ, ເມືອງ ບາດຊາດ ແລະ ກຳລັງທະຫານປ້ອງກັນຊາຍແດນບັນລຸໄດ້ໃນໄລຍະຜ່ານມາ, ພິເສດໃນປີ 2022; ພ້ອມທັງເຊື່ອໝັ້ນວ່າ ແຂວງ ລາວກາຍ ຈະບັນລຸໄດ້ເປົ້າໝາຍກາຍເປັນແຂວງມີລະດັບເຕີບໂຕສູງຂອງເຂດໃນປີ 2025; ກາຍເປັນແຂວງມີລະດັບດີພໍສົມຄວນຂອງປະເທດໃນປີ 2030 ແລະ ເປັນແຂວງພັດທະນາຂອງປະເທດໃນປີ 2045. ທ່ານເນັ້ນໜັກວ່າ:
“ຂ້າພະເຈົ້າຫວັງວ່າ ຄະນະພັກ, ອຳນາດການປົກຄອງ, ກຳລັງປະກອບອາວຸດ ແລະ ປະຊາຊົນໃນບໍລິເວນ ຈະເບິ່ງແຍງດູແລຄອບຄົວເປົ້າໝາຍນະໂຍບາຍ, ຜູ້ມີຄຸນງາມຄວາມດີ, ຄອບຄົວທຸກຍາກ ແລະ ຜູ້ປະສົບກັບຄວາມຫຍຸ້ງຍາກໃຫ້ເປັນຢ່າງດີ. ເດັດດຽວ ຕັດສິນໃຈຢ່າງເດັດດ່ຽວ ເພື່ອໃຫ້ບຸກຄົນຕ່າງກໍໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ ແລະ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫຼັງ ໃນບຸນປີໃໝ່ປະຈຳຊາດ ປີແມວ 2023 ນີ້”.
Le Tuyet