ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ: ການຊັກຖາມແມ່ນຮູບແບບຕິດຕາມກວດກາບັນລຸປະສິດທິຜົນສູງ

(VOVWORLD) - ທ່ານປະທານສະພາແຫ່ງຊາດຢືນຢັນວ່າ, ການເຄື່ອນໄຫວຊັກຖາມແມ່ນຮູບແບບຕິດຕາມກວດກາທີ່ບັນລຸປະສິດທິຜົນສູງຂອງສະພາແຫ່ງຊາດ ຫວຽດນາມ.
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ: ການຊັກຖາມແມ່ນຮູບແບບຕິດຕາມກວດກາບັນລຸປະສິດທິຜົນສູງ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນສະຫຼຸບວາລະຊັກຖາມ
(ພາບ: TTXVN)

        ຕອນເຊົ້າວັນທີ 16 ສິງຫາ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ໄດ້ປະກອບຄຳເຫັນໃສ່ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການປະມູນຊັບສິນ. ແລະກໍ່ໃນວັນດຽວກັນນີ້, ຄະນະຈະພິຈາລະນາບົດລາຍງານວຽກງານຄົ້ນຄວ້າ; ບົດລາຍການສະຫຼຸບ 5 ປີແຫ່ງການປະຕິບັດມະຕິກ່ຽວກັບຂໍ້ກຳນົດລະອຽດບັນດາຮູບແບບຕິດຕາມກວດກາ,  ຕີລາຄາສັງຄົມຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ປະກອບຄຳເຫັນໃສ່ບາງເນື້ອໃນສຳຄັນອື່ນໆ.

        ກ່ອນໜ້ານັ້ນ, ວັນທີ 15 ສິງຫາ, ຢູ່ ຫໍສະພາແຫ່ງຊາດ, ກ່າວຄຳເຫັນສະຫຼຸບວາລະຊັກຖາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງວາລະຊັກຖາມໄດ້ສິ້ນສຸດລົງຢ່າງຈົບງາມ. ທ່ານລັດຖະມົນຕີຊວງຍຸຕິທຳ ເລແທ່ງລອງ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເລມິງຮວານ ພ້ອມກັບບັນດາລັດຖະມົນຕີ, ຫົວໜ້າຂະແໜງ ໄດ້ອະພິປາຍ, ເຮັດແຈ້ງສະພາບຕົວຈິງ, ສະເໜີຫຼາຍມາດຕະການແກ້ໄຂຕໍ່ແຕ່ລະບັນຫາໄດ້ຊັກຖາມ. ຄະນະປະຈຳສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ ໄດ້ຕີລາຄາສູງການຕອບຄຳຊັກຖາມ, ເຫັນດີ ແລະ ຮັບຮອງເອົາບັນດາມາດຕະການແກ້ໄຂ, ໃຫ້ຄຳໝັ້ນສັນຍາທີ່ວາລະຊັກຖາມດັ່ງກ່າວ. ທ່ານປະທານສະພາແຫ່ງຊາດຢືນຢັນວ່າ, ການເຄື່ອນໄຫວຊັກຖາມແມ່ນຮູບແບບຕິດຕາມກວດກາທີ່ບັນລຸປະສິດທິຜົນສູງຂອງສະພາແຫ່ງຊາດ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ