ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr
(VOVWORLD) - ຕອນບ່າຍວັນທີ 30 ມັງກອນ, ຢູ່ຫໍສະພາແຫ່ງຊາດ ຫຽດນາມ, ທີ່ນະຄອນຫຼວງ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບທ່ານປະທານາທິບໍດີ ຟີລິບປິນ Ferdinand Romualdez Marcos Jr, ເຊິ່ງພວມມີການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບທ່ານປະທານາທິບໍດີ ຟີລິບປິນFerdinand Romualdez Marcos Jr (ພາບ: VOV) |
ນະທີ່ນີ້, ການນຳສອງທ່ານໄດ້ຢັ້ງຢືນເຖິງຄວາມສຳຄັນຂອງການຮ່ວມມືລັດຖະສະພາ; ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງທາງ, ພັກ, ສະພາແຫ່ງຊາດ, ລັດຖະບານ, ພົວພັນແລກປ່ຽນປະຊາຊົນ, ໃນນັ້ນ ມີຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດສອງປະເທດ. ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະຕ້ອນຮັບບັນດາຄະນະຜູ້ແທນລັດຖະສະພາ ຟີລິບປິນ ມາຢ້ຽມຢາມ, ແລກປ່ຽນຂໍ້ມູນຂ່າວສານ ແລະ ແບ່ງປັນບົດຮຽນປະສົບການ; ຍົກສູງປະສິດທິຜົນບັນດາກົນໄກຮ່ວມມື ແລະ ຜັນຂະຫຍາຍຂໍ້ຕົກລົງຮ່ວມມືສະບັບຕ່າງໆທີ່ໄດ້ລົງນາມແລ້ວໃຫ້ເປັນຢ່າງດີ.
ການນຳສອງທ່ານກໍເນັ້ນໜັກວ່າ ສອງປະເທດຮ່ວມມື ແລະ ສະໜັບສະໜູນເຊິ່ງກັນແລະກັນ ໃນບັນດາຂອບເຂດຮ່ວມມືຫຼາຍຝ່າຍ, ເພີ່ມທະວີຄວາມສາມັກຄີ, ເຊີດຊູບົດບາດເປັນໃຈກາງຂອງ ອາຊຽນ ແລະ ມີທັດສະນະລວມກ່ຽວກັບການປົກປັກຮັກສາຄວາມໝັ້ນຄົງຢູ່ພາກພື້ນ.
ເລຕວຽດ