ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເດີນທາງໄປຢ້ຽມຢາມ ກູບາ, ອັກຊັງຕິນ ແລະ ອຸຣູກວາຍ ຢ່າງເປັນທາງການ

(VOVWORLD) - ການຢ້ຽມຢາມ 3 ປະເທດ ອາເມລິກາ ລາຕິນ  ແຕ່ວັນທີ 18 ຫາວັນທີ 28 ເມສາ ເພື່ອແນໃສ່ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ກັບ ສ. ກູບາ, ສ. ອັກຊັງຕິນ ແລະ ສ. ອຸຣູກວາຍ ...
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເດີນທາງໄປຢ້ຽມຢາມ ກູບາ, ອັກຊັງຕິນ ແລະ ອຸຣູກວາຍ ຢ່າງເປັນທາງການ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເດີນທາງໄປຢ້ຽມຢາມ ກູບາ, ອັກຊັງຕິນ ແລະ ອຸຣູກວາຍ ຢ່າງເປັນທາງການ
(ພາບ:VOV)

ໂດຍໄດ້ຮັບຄຳເຊີນຂອງທ່ານ Esteban Lazo Hernandez, ປະທານສະພາແຫ່ງຊາດ ອຳນາດການປົກຄອງປະຊາຊົນ ສ ກູບາ, ທ່ານ Cecillia Moreau, ປະທານສະພາຕ່ຳ ສ ອັກຊັງຕິນ, ທ່ານ Beatriz Argimon Cedeira, ປະທານສະພາສູງ ສ ອຸຣູກວາຍ ຕາເວັນອອກ, ຕອນເຊົ້າວັນທີ 18 ເມສາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ອອກຈາກ ຮ່າໂນ້ຍ, ເດີນທາງໄປຢ້ຽມຢາມ ສ. ກູບາ, ສ ອັກຊັງຕິນ ແລະ ສ. ອຸຣູກວາຍ  ຕາເວັນອອກ ຢ່າງເປັນທາງການ.

        ການຢ້ຽມຢາມ 3 ປະເທດ ອາເມລິກາ ລາຕິນ  ແຕ່ວັນທີ 18 ຫາວັນທີ 28 ເມສາ ເພື່ອແນໃສ່ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ກັບ ສ. ກູບາ, ສ. ອັກຊັງຕິນ ແລະ ສ. ອຸຣູກວາຍ ໃນທຸກໆດ້ານ, ນຳການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ຄູ່ຮ່ວມມືຮອບດ້ານ ແລະ ການຮ່ວມມືຫຼາຍດ້ານກັບບັນດາປະເທດເພື່ອນມິດ, ຄູ່ຮ່ວມມືຢູ່ພາກພື້ນ ອາເມລິກາ ລາຕິນ ສືບຕໍ່ກ້າວເຂົ້າສູ່ລວງເລິກ, ແທດຈິງ. ການຢ້ຽມຢາມ ໄດ້ດຳເນີນໃນໂອກາດ ຫວຽດນາມ ແລະ ກູບາ ສະເຫຼີມສະຫຼອງ ຫຼາຍເຫດການປະຕິວັດສຳຄັນ, ກໍ່ແມ່ນຈຸດເວລາສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອັກຊັງຕິນ (ເດືອນ ຕຸລາ 1973 - ເດືອນ ຕຸລາ 2023) ແລະ ສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ອຸຣູກວາຍ (ເດືອນ ສິງຫາ 1993 - ເດືອນ ສິງຫາ 2023).

ຕອບກັບ

ຂ່າວ/ບົດ​ອື່ນ