ປະທານສະພາແຫ່ງຊາດລາວຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ
ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ຕ້ອນຮັບ ທ່ານນາງ ເຈືອງທິມາຍ
(vovworld) - ຕອບບ່າຍວັນທີ 3/8, ຢູ່ນະຄອນຫລວງ ວຽງຈັນ, ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກຳມາທິການບັນດາບັນຫາສັງຄົມ ຂອງສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງ ເຈືອງທິມາຍ ເປັນຫົວໜ້າກຳມາທິການ ນຳໜ້າ ທີ່ພວມ ຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ. ທ່ານນາງປະທານສະພາແຫ່ງຊາດ ລາວ ຢືນຢັນຄວາມປາດຖະໜາຢາກໃຫ້ສະພາແຫ່ງຊາດ 2 ປະເທດສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສສາກົນ. ທ່ານນາງ ເຈືອງທິມາຍ ເນັ້ນໜັກວ່າ: ການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ຂອງຄະນະກຳມາທິການບັນດາບັນຫາສັງຄົມຂອງສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ເຮັດໃຫ້ການພົວພັນລະຫວ່າງ 2 ສະພາແຫ່ງຊາດ, 2 ກຳມາທິການເລິກເຊິ່ງຂຶ້ນຕື່ມ.