(vovworld) - ໂດຍສືບຕໍ່ການຢ້ຽມຢາມສັນທະວະໄມຕີໄທ, ຕອນເຊົ້າວັນທີ 4/12, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ແລະ ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໄດ້ໄປຢ້ຽມຢາມແຂວງ ອຸດອນທານີ, ແຫ່ງປະເທດໄທ. ນະທີ່ນີ້, ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ກ່າວວ່າ.
“ພໍ່ແມ່ປະຊາຊົນພວກເຮົາຢູ່ພາຍໃນຫຼືຕ່າງປະເທດລ້ວນແຕ່ແມ່ນຊາວຫວຽດນາມ, ເປັນລູກມັງກອນ, ຫຼານເທວະດາລ້ວນແຕ່ອວຍໜ້າເມືອຫາປະເທດຊາດ ເພື່ອສ້າງສາປະເທດພວກເຮົາສັນຕິພາບ, ເອກະພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີ ແລະ ລ້ວນແຕ່ປະຕິບັດໜ້າທີ່ສາກົນສ້າງຄວາມມິດຕະພາບລະຫວ່າງບັນດາປະຊາຊາດ. ຊາວຫວຽດນາມ ອາໄສຢູ່ແຂວງອຸດອນ, ຢູ່ບາງກົກ, ຢູ່ບັນດາແຂວງຂອງໄທ ກໍຄືຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆ ກໍພວມປະຕິບັດໜ້າທີ່ສ້າງຄວາມສາມັກຄີລະຫວ່າງ ຫວຽດນາມ ກັບບັນດາປະເທດໃນໂລກ, ນີ້ກໍແມ່ນການປະຕິບັດຄວາມມຸ້ງຫວັງຂອງປະທານໂຮ່ຈິມິນ”.
ຕອນບ່າຍວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ຕ້ອນຮັບເຈົ້າແຂວງ ແຂວງອຸດອນທານີເຂົ້າຢ້ຽມຢາຂໍ່ານັບ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ສະເໜີໃຫ້ອຳນາດການປົກຄອງແຂວງ ອຸດອນທານີ ສ້າງເງື່ອນໄຂຊື້, ເຊົ່າທີ່ດິນ ເພື່ອກໍ່ສ້າງໂຮງຮຽນສອນພາສາຫວຽດ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຂອງທ່ານເຈົ້າແຂວງອຸດອນທານີ ຈະສືບຕໍ່ໄດ້ຮັບຜົນງານທີ່ໃຫຍ່ຫຼວງໃນບັນດາຂົງເຂດຍີງກວ່າອີກ ແລະ ແມ່ນຈຸດທິ່ລະຫວ່າງສະໄຫວໃນການພົວພັນມິດຕະພາບ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ.