ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຕ້ອນຮັບລັດຖະມົນຕີການຕ່າງປະເທດນິວຊີແລນ

ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຕ້ອນຮັບລັດຖະມົນຕີການຕ່າງປະເທດນິວຊີແລນ - ảnh 1
ປະທານສະພາແຫ່ງຊາດຫງວຽນຊິງຮູ່ງຕ້ອນຮັບລັດຖະມົນຕີການຕ່າງປະເທດນິວຊີແລນ

(vovworld) – ຕອນ​ເຊົ້າ​ວັນ​ທີ 26/3, ​ໃນ​ການ​ຕ້ອນຮັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ນິວຊີ​ແລນ Murray McCully ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ຢືນ​ຢັນ​ນະ​ໂຍບ​າຍຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ ນິວຊີ​ແລນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຍູ້​ແຮງ​, ຜັນ​ຂະຫຍາຍ​ໂຄງການ​ເຄື​່ອນ​ໄຫວ​ໄລຍະ 2013 – 2016 ກ່ຽວ​ກັບ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຄື: ​ເສດຖະກິດ - ການ​ຄ້າ, ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ, ກະສິກຳ, ສຶກສາ​ບຳລຸງ​ສ້າງ, ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ ​ແລະ ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ​ຢ່າງ​ມີ​ປະສິດທິ​ຜົ​ນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນໜັກ​ວ່າ: ຫວຽດນາມ ປາດ​ຖະໜາ​ຢາກ ນິວຊີ​ແລນ ສະໜັບສະໜູນ ຫວຽດນາມ ​ໃນ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP).

​ແລະ​ກໍ່​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທດຫວຽດນາມ ຟ້າ​ມບິ່ງມິ​ງ ​ ​ໄດ້​ເຈລະຈາ​ກັບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ນິວຊີ​ແລນ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ໃນ​ໄລຍະ​ຈະ​ມາ​ເຖິງ​ສືບ​ຕໍ່​ແລກປ່ຽນ​ບັນດາ​ຄະນະ​ຜູ້​ແທນ​ຂັ້ນ​ສູງ ​ແລະ ຂັ້ນຕ່າງໆ, ຈັດ​ຕັ້ງ​ບັນດາການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ແທດ​ຈິງ​ເພື່ອ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ນິວຢີ​ແລນ ​ແລະ ຕັ້ງໜ້າ​ຜັນ​ຂະຫຍາຍ​ໂຄງການ​ເຄື​່ອ​ນ​ໄຫວ ຫວຽດນາມ - ນິວຊີ​ແລນ ​ໄລຍະ 2013 – 2016 ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ, ບັນດາ​ບັນຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, 2 ຝ່າຍ​ຢືນຢັນ​ສືບ​ຕໍ່​ສົມທົບ​ກັນ ​ແລະ ສະໜັບສະໜູນ​ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ພາ​ກພື້ນ ​ແລະ ສາກົນ​.

ຂ່າວ/ບົດ​ອື່ນ