ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບ ທ່ານ
ຫົວໜ້າຄະນະຜູ້ແທນສະຫະພາບ ເອີຣົບ Franz Jessen
(ພາບ: TTXVN )
(vovworld) – ຕອນບ່ານວັນທີ 19/8, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ໃຫ້ການຕ້ອນຮັບ ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນສະຫະພາບ ເອີຣົບ Franz Jessen, ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດການປະຕິບັດໜ້າທີ່ການທູດຢູ່ ຫວຽດນາມ. ກ່າວຄຳເຫັນທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຖືວ່າ: ໄລຍະ 5 ປີຜ່ານມາ, ການພົວພັນຮ່ວມມືລະຫວ່າງ 2 ຝ່າຍໄດ້ມີບາດກ້າວພັດທະນາອັນຍາວນານ, ພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ. ການຄ້າ 2 ສົ້ນເຕີບໂຕເປັນຢ່າງດີ ບັນລຸໄດ້ 19 ຕື້ USD ໃນ 6 ເດືອນຕົ້ນປີ 2015, ເພີ່ມຂຶ້ນ 11% ເມື່ອທຽບໃສ່ໄລຍະດຽວກັນປີ 2014; 2 ຝ່າຍກໍໄດ້ແລກປຽນຄະນະຜູ້ແທນຂັ້ນສູງເປັນປະຈຳ…ທ່ານປະທານສະພາແຫ່ງຊາດ ປາດຖະໜາວ່າ: ເຖິງວ່າທ່ານເອກອັກຄະລັດຖະທູດ ຈະຢູ່ໃນຖານະຕຳແໜ່ງໃດໆ ກໍສືບຕໍ່ເພີ່ມພູນຄູນສ້າງສະໜັບສະໜູນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ເອີຣົບ ກໍຄືບັນດາປະເທດສະມາຊິກ; ສະໜັບສະໜູນ ແລະ ຍູ້ໄວວິວັດການເຊັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (PCA).
ສ່ວນທ່ານ Franz Jessen ຕີລາຄາສູງຜົນສຳເລັດຂອງສະພາແຫ່ງຊາດ ຫວຽດນາມ ໃນການຈັດຕັ້ງ ກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ IPU – 132 ຫວ່າງແລ້ວນີ້. ທ່ານ Franz Jessen ຢືນຢັນວ່າ: ຈະສືບຕໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອເພີ່ມພູນຄູນສ້າງເຂົ້າໃນການຊຸກຍູ້ສາຍພົວພັນລະຫວ່າງ ຫວຽດນາມ - ອີຢູ ໃນທຸກຂົງເຂດ.