ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບເອກອັກຄະລັດຖະທູດລາວ
(ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ
ຕ້ອນຮັບເອກອັກຄະລັດຖະທູດລາວ)
(vovworld) - ຕອນບ່າຍວັນທີ 27/11, ທີ່ການຕ້ອນຮັບເອກອັກຄະລັດຖະທູດລາວ ປະຈຳຫວຽດນາມ ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ອວຍພອນທ່ານ ທອງສະຫວັນ ພົມວິຫານ ເຊິ່ງໄດ້ຮັບການຄັດເລືອກຈາກພັກ ແລະ ລັດລາວ ມາຮັບດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ, ຜູ້ມີອຳນາດເຕັມແຫ່ງສປປ.ລາວ ປະຈຳຫວຽດນາມ. ຕີລາຄາສູງໜ້າທີ່ ຂອງບັນດາເອກອັກຄະລັດຖະທູດ ໃນການຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືອັນດີງາມລະຫວ່າງ 2 ປະເທດຫວຽດນາມ - ລາວ ໃນຕະຫຼອດໄລຍະຜ່ານມາ, ທ່ານປະທານສະພາແຫ່ງຊາດສະແດງຄວາມເຊື່ອໝັ້ນວ່າ, ທ່ານ ເອກອັກຄະລັດຖະທູດລາວ ຈະປະຕິບັດໜ້າທີ່ເຊິ່ງພັກ, ລັດ ແລະ ປະຊາຊົນລາວ ມອບໝາຍໃຫ້ ເປັນຢ່າງດີ, ປະກອບສ່ວນປັບປຸງ ແລະ ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດຫວຽດນາມ ລາວ ໃຫ້ນັບມື້ນັບພັດທະນາ. ສ່ວນທ່ານເອກອັກຄະລັດຖະທູດລາວ ທອງສະຫວັນ ພົມວິຫານ ຢືນຢັນວ່າ, ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນປັບປຸງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ໃຫ້ກ້າວຂຶ້ນສູ່ລະດັບສູງໃໝ່.