ປະທານສະພາແຫ່ງຊາດຫງວຽນຊີງຮູ່ງເຂົ້າຮ່ວມພິທີມອບລາງວັນໃຫ້ການເສັງຂຽນ“ການເສຍສະຫຼະແບບເລິກລັບ”

ປະທານສະພາແຫ່ງຊາດຫງວຽນຊີງຮູ່ງເຂົ້າຮ່ວມພິທີມອບລາງວັນໃຫ້ການເສັງຂຽນ“ການເສຍສະຫຼະແບບເລິກລັບ” - ảnh 1
ປະທານສະພາແຫ່ງຊາດຫງວຽນຊີງຮູ່ງເຂົ້າຮ່ວມພິທີມອບລາງວັນໃຫ້ການ
ເສັງຂຽນ“ການເສຍສະຫຼະແບບເລິກລັບ”
(ພາບ: DOÃN TẤN/TTXVN)

(vovworld) – ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງວັນ​​ທ່ານ​ໝໍ ຫວຽດ​ນາມ ແລະ ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ຂະ​ແໜງ​​ການ​ແພດປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ສອນ​ຂອງ​ລຸງ ໂຮ່ (27/2/1955 – 27/2/2015), ຕອນ​ຄຳ​່​ວັນ​ທີ 5/2, ຢູ່​ຮ່າ​ໂນ້ຍ​, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ, ໜັງ​ສຶ​ພິມ​ສຸ​ຂະ​ພາບ ແລະ ຊີ​ວິດ​ການ​ເປັນ​ຢູ່ ໄດ້​ຈັດ​ຕັ້ງ​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​​ເພື່ອເຊີດ​​​ທ່ານ​ໝໍ ຫວຽດ​ນາມ ແລະ ພິ​ທີ​ມອບ​ລາງວັນໃຫ້​ການ​ເສັງ​ຂຽນ “ການ​ເສຍ​ສະຫຼະ​​ແບບ​ເລິກ​ລັບ” ຄັ້ງ​ທີ 3. ທ​່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິ​ງ​ຮູ່ງ ເຂົ້າ​ຮ່ວມ ແລະ ມອບ​ລາງວັນ​ໃຫ້​ບັນ​ດາ​ຜູ້​ໄດ້​ຮັບ​ລາງວັນ​ດີ​ເ​ດັ່ນ​ໃນ​ການ​ເສັງ. ຕາມ​ໝາກ​ຜົນ​ຂອງ​ການ​ປະ​ກາດ​ແລ້ວ, ລາງວັນ​ທີ​ໜຶ່ງ​ຂອງ​ການ​ເສັງ​ຄັ້ງ​ນີ້ ໄດ້​ມອບ​ໃຫ້​ນັກ​ຂ່າວ ຫງວຽນ​ທິ​ແຄ໋ງ​ລີ, ສື່​ເອ​ເລັກ​ໂຕ​ນິກ Vnexpress. ​ນອກນັ້ນ​ກໍ່​ມີ​ນັກ​ຂ່າວ, ພະ​ນັກ​ງານ​ການ​ແພດຫຼາ​ຍ​ຄົນກໍ່​ ​ໄດ້​ຮັບ​ລາງວັນ​ໃນ​ຄັ້ງ​ນີ້.

        ລາຍ​ການ​ “ການ​ເສຍ​ສະຫຼະ​ແບບ​ເລິກລັບ” ແມ່ນ​​ລາຍ​ການ​ສະ​ແດງ​ສິ​ລະ​ປະ​ເຊີດ​ຊູ, ຮັບ​ຮູ້​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ຖັນ​ແຖວ​ພະ​ນັກ​ງານ​ການ​ແພດ, ພິ​ເສດ​ແມ່ນ​ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ແບບ​ຢ່າງ​ມີ​ການ​ອຸ​ທິດ​ສ່ວນ, ເສ​ຍ​ສະ​ຫຼະ​ຊີ​ວິດຫຼາ​ຍ​ຢ່າງ​ໃນ​ວຽກ​ງານ​ຮັກ​ສາ, ເບິ່ງ​ແຍງ​ດູ​ແລ​ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ.


ຂ່າວ/ບົດ​ອື່ນ