(vovworld) – ຕອນເຊົ້າວັນທີ 06/09, ຕາມເວລາຫວຽດນາມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ໄປຮອດນະຄອນຫຼວງ ວໍຊິງຕັນ, ຢ້ຽມຢາມປະເທດອາເມລິກາຢ່າງເປັນທາງການ, ຕາມຄຳເຊີນຂອງທ່ານປະທານຜູ້ປະຈຳການກິຕິມະສັກສະພາສູງອາເມລິກາ Patrick Leahy, ທ່ານປະທານສະພາຕໍ່າອາເມລິກາ John Boehner ແລະ ທ່ານປະທານຄະນະກຳມາທິການວຽກງານການທະຫານ, ສະມາຊິກສະພາສູງ John McCain.
ພາຍຫຼັງເດີນທາງໄປຮອດນະຄອນຫຼວງວໍຊິງຕັນ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ໄດ້ໄປຢ້ຽມຢາມ ແລະ ໂອ້ລົບກັບພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈຳອາເມລິກາ. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຢືນຢັນຈຸດປະສົງຂອງການຢ້ຽມຢາມອາເມລິກາ ຄັ້ງນີ້ຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ແມ່ນເພື່ອແນໃສ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃຫ້ເລິກເຊິ່ງ ແລະ ອຸດົມສົມບູນຂຶ້ນຕື່ມ; ຍົກສູງການພົວພັນຮ່ວມມືລະຫວ່າງ 2 ສະພາແຫ່ງຊາດກວ່າອີກ. ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ປາດຖະໜາວ່າ, ຄະນະພະນັກງານ, ພາລະກອນຫວຽດນາມ ປະຈຳອາເມລິກາ ສືບຕໍ່ມານະພະຍາຍາມປະຕິບັດວຽກງານການຕ່າງປະເທດເຊິ່ງພັກ, ລັດ ມອບໝາຍໃຫ້ເປັນຢ່າງດີ; ສືບຕໍ່ຊຸກຍູ້, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ ໃຫ້ເລິກເຊິ່ງຂຶ້ນເຕີ່ມ.