ປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບຜູ້ມີສິດເລືອກຕັ້ງເກີນເທີ

(VOVWORLD) -ຕອນເຊົ້າວັນທີ 26 ກັນຍາ, ຢູ່ຕາແສງ ຟຸ໋ທື໋, ເມືອງກ໋າຍຣັງ, ນະຄອນເກີນເທີ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມກັບບັນດາສະມາຊິກສະພາແຫ່ງຊາດຫົວໜ່ວຍເລືອກຕັ້ງເລກ 1 ໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງກ່ອນຈັດກອງປະຊຸມສາໄໝສາມັນເທື່ອທີ 4 ສະພາແຫ່ງຊາດຊຸດທີ 14.
ປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບຜູ້ມີສິດເລືອກຕັ້ງເກີນເທີ - ảnh 1 (ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນພົບປະກັບຜູ້ມີສິດເລືອກຕັ້ງເກີນເທີ)

ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກຂອງປະຊາຊົນກ່ຽວກັບລາຄາຜະລິດຕະພັນກະເສດ, ໂດຍສະເພາະແມ່ນພໍ່ແມ່ປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດກໍ່ໃຫ້ຮູ້ວ່າ, ລັດຖະບານ ພວມຍູ້ແຮງການນຳໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນການຜະລິດ ເພື່ອແນໃສ່ຍົກສູງຄຸນນະພາບ, ສະມັດຕະພາບ, ມູນຄ່າ.

ຕອບກັບ

ຂ່າວ/ບົດ​ອື່ນ