ປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມກອງປະຊຸມຄະນະປະຈຳສະພາປະຊາຊົນບັນດາແຂວງທາງທິດເໜືອພາກກາງ

(VOVWORLD) -ຕອນເຊົ້າວັນທີ 23 ມັງກອນ, ຢູ່ນະຄອນ ແທງຮ໋ວາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມກອງປະຊຸມຄະນະປະຈຳສະພາປະຊາຊົນບັນດາແຂວງທາງທິດເໜືອພາກກາງ ຄັ້ງທີ 3, ອາຍຸການ 2016 – 2021

ປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມກອງປະຊຸມຄະນະປະຈຳສະພາປະຊາຊົນບັນດາແຂວງທາງທິດເໜືອພາກກາງ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມ

ກອງປະຊຸມຄະນະປະຈຳສະພາປະຊາຊົນບັນດາແຂວງທາງທິດເໜືອພາກກາງ

(ພາບ: TTXVN)

ດ້ວຍຫົວຂໍ້ວ່າ “ປ່ຽນແປງໃໝ່, ຍົກສູງຄຸນນະພາບກອງປະຊຸມສະພາປະຊາຊົນແຂວງ”. ຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ, ເລື່ອງສືບຕໍ່ຫັນບັນດາແຜນນະໂຍບາຍ, ແນວທາງຂອງພັກ, ກົດໝາຍຂອງລັດເປັນລະອຽດ ໄດ້ຮຽກຮ້ອງໃຫ້ສະພາປະຊາຊົນທຸກຂັ້ນຕ້ອງສືບຕໍ່ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງໃນການຈັດຕັ້ງ ແລະ ການເຄື່ອນໄຫວເພື່ອປະຕິບັດໜ້າທີ່ເຊິ່ງປະຊາຊົນໄດ້ມອບໝາຍ, ປະຕິບັດບົດບາດໜ້າທີ່ຂອງອົງການທີ່ເປັນຕົວແທນຂອງປະຊາຊົນໃຫ້ເປັນຢ່າງດີ. ທ່ານນາງປະທານສະພາແຫ່ງຊາດຖືວ່າ, ສະພາປະຊາຊົນຄວນເອົາໃຈໃສ່ເຖິງວຽກງານໂຄສະນາໃນເວລາກ່ອນດຳເນີນ, ໃນເວລາດຳເນີນ ແລະ ພາຍຫຼັງກອງປະຊຸມສະພາປະຊາຊົນແຕ່ລະຄັ້ງ ເພື່ອໃຫ້ກອງປະຊຸມສະພາປະຊາຊົນແມ່ນເຫດການການເມືອງຢ່າງແທດຈິງ, ແມ່ນເວທີປາໄສດຶງດູດຄວາມສົນໃຈຂອງປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງ…

ຕອບກັບ

ຂ່າວ/ບົດ​ອື່ນ