(vovworld) - ສະພາແຫ່ງຊາດຫວຽດນາມ ມີຄວາມຕັດສິນໃຈທາງດ້ານການເມືອງສຸງສຸດ, ເພື່ອຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກ; ມານະພະຍາຍາມເປັນເຈົ້າພາບ ແລະ ຈັດຕັ້ງກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU) ຢູ່ຫວຽດນາມ ໃນປີ 2015. ນັ້ນແມ່ນຄຳຢືນຢັນຂອງທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ໃນການຕ້ອນຮັບທ່ານເລຂາທິການໃຫຍ່ IPU, Anders B.Johnsson ໃນຕອນເຊົ້າວັນທີ 20/02. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ຊີ້ແຈ້ງວ່າ; ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຈັດຕັ້ງຫຼາຍເຫດການສາກົນໃຫຍ່ສຳເລັດຄື ການເຄື່ອນໄຫວຕ່າງໆໃນຂອບເຂດເວທີປາໄສຮ່ວມມືດ້ານເສດຖະກິດອາຊີ - ປາຊີຝີກ (APEC), ເວທີປາໄສຮ່ວມມືອາຊີ - ເອີລົບ (ASEM) ແລະ ບັນດາການເຄື່ອນໄຫວໃນຂອບເຂດການຮ່ວມມືອາຊຽນ... ດ້ວຍຄວາມຫວັງໄດ້ປະກອບສ່ວນຢ່າງແທດຈິງເຂົ້າໃນບັນດາຄວາມມານະພະຍາຍາມ ແລະ ການພັດທະນາຂອງ IPU, ສະພາແຫ່ງຊາດຫວຽດນາມ ໄດ້ສະເໜີໄດ້ເປັນເຈົ້າພາບຈັດຕັ້ງກອງປະຊຸມໃຫຍ່ສະພາ IPU ໃນປີ 2015 ຢ່າງເປັນທາງການ. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ໃຫ້ຮູ້ວ່າ ຫວຽດນາມ ພວມຕັ້ງໜ້າສຳເລັດບັນດາວິທີການກະກຽມພື້ນຖານດ້ານວັດຖຸ, ຊັບພະຍາກອນມະນຸດ, ອຸປະກອນຮັບໃຊ້ໃຫ້ແກ່ການຈັດຕັ້ງເຫດການສຳຄັນນີ້ ເພື່ອສົ່ງໃຫ້ຄະນະເລຂາ IPU ພິຈາລະນາ ແລະ ອະນຸມັດຜ່ານ.
ສ່ວນທ່ານເລຂາທິການໃຫຍ່ IPU, Anders B.Johnsson ເຊື່ອໝັ້ນວ່າ, ດ້ວຍຄວາມສາມາດ ແລະ ເງື່ອນໄຂຂອງຕົນ, ຫວຽດນາມ ຈະຈັດຕັ້ງເຫດການສາກົນພິເສດນີ້ສຳເລັດຜົນ.