ປະທານສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ ຢູ່ແຂວງ ອຽນບ໋າຍ
(VOVWORLD) -ຕອນເຊົ້າວັນທີ 14 ພະຈິກ, ຢູ່ຕາແສງ ກວາງມິນ, ເມືອງ ວັນອຽນ, ແຂວງອຽນບ໊າຍ ຂອງຫວຽດນາມ ໄດ້ດຳເນີນພິທີປະກາດຕາແສງບັນລຸມາດຕະຖານຊົນນະບົດໃໝ່ ແລະ ວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນທີ່ພິທີ (ພາບ: TTXVN) |
ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເນັ້ນໜັກວ່າ ນາມມະຍົດຕາແສງບັນລຸມາດຕະຖານຊົນນະບົດໃໝ່ ເຊິ່ງຕາແສງກວາງມິນ ບັນລຸໄດ້ນັ້ນ ແມ່ນຍ້ອນມີຄວາມມານະພະຍາຍາມ, ສູ້ຊົນ ແລະຄວາມເຫັນດີເຫັນພ້ອມຂອງປະຊາຊົນ, ພະນັກງານ ແຕ່ລະຄົນ ພ້ອມກັບທົ່ວທັງລະບົບການເມືອງ.
“ຂ້າພະເຈົ້າຫວັງວ່າ, ແນວໂຮມປະເທດຊາດຫວຽດນາມ ແລະ ບັນດາອົງການຈັດຕັ້ງມະຫາຊົນຂອງຕາແສງ ກວາງມິນ ເວົ້າສະເພາະ ແລະ ເມືອງ ວັນອຽນ, ແຂວງ ອຽນບ໊າຍເວົ້າລວມ ຈະສືບຕໍ່ປຸກລຸກກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ເສີມຂະຫຍາຍນ້ຳໃຈແຂ່ງຂັນປະດິດຄິດສ້າງໃນໝູ່ປະຊາຊົນທຸກຊັ້ນວັນນະ”.
ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມອບຂອງຂວັນໃຫ້ແກ່ 4 ບ້ານຂອງຕາແສງ ກວາງມິນ.
ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ພ້ອມດ້ວຍຄະນະປະຕິບັດງານຂອງລັດຖະບານ ກໍໄດ້ເຂົ້າຮ່ວມວັນບຸນມະຫາສາມັກຄີທົ່ວປວງຊົນທັງຊາດຢູ່ເຂດຊຸມຊົນຄຸ້ມ 11 ຕາແສງ ຫວິງຈ້າຍ, ນະຄອນ ລ້າງເຊີນ, ແຂວງລ້າງເຊີນ.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮວ່າບິ່ງ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ປະຊາຊົນຢູ່ເຂດຊຸມຊົນຄຸ້ມ 11 (ພາບ: TTXVN) |
ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮວ່າບິ່ງ ກໍໄດ້ມອບເງິນຈຳນວນ 800 ລ້ານດົ່ງ ເພື່ອໜູນຊ່ວຍແຂວງ ລ້າງເຊີນ ກໍ່ສ້າງເຮືອນແຫ່ງ ມະຫາສາມັກຄີ 20 ຫຼັງ ຈາກກອງທຶນເພື່ອຄົນທຸກຍາກສູນກາງ; ມອບເງິນສົດຈຳນວນ 200 ລ້ານໃຫ້ແກ່ກອງທຶນສົ່ງເສີມການສຶກສາ ນະຄອນລ້າງເຊີນ ແລະ ມອບຂອງຂວັນອື່ນໆໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ປະຊາຊົນຢູ່ເຂດຊຸມຊົນຄຸ້ມ 11 ອີກດ້ວຍ.