ປະທານສະພາແຫ່ງຊາດຫວຽດນາມສະເຫນີຄະນະຈັດຕັ້ງIPUຮີບເຮັ່ງສຳເລັດວຽກງານກະກຽມໃຫ້ແກ່IPU

ປະທານສະພາແຫ່ງຊາດຫວຽດນາມສະເຫນີຄະນະຈັດຕັ້ງIPUຮີບເຮັ່ງສຳເລັດວຽກງານກະກຽມໃຫ້ແກ່IPU - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ 36 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ
ພາບ:baodaknong.org.vn

 (vovworld)- ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂວາ​ລະ​ປະ​ຊຸມ​ຄັ້ງ​ທີ 36 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ ໃນ​ຕອນ​ເຊົ້າ​ວັນ​ທີ 9/3, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ສະ​ເຫນີ ຄະ​ນະ​ຈັດ​ຕັ້ງກອງ​ປະ​ຊຸມ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 ( IPU 132 ) ຄວນ​ຮີບ​ເຮັ່ງ​ສຳ​ເລັດ​ບັນ​ດາ​ວຽກ​ງານ​ກະ​ກຽມ​ທີ່​ຍັງ​ເຫລືອ, ສົມ​ທົບ​ກັບ​ຄະ​ນະ​ເລ​ຂາ​ຂອງ IPU, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ແລະ ນະ​ຄອນ ຮ່າ​ໂນ້ຍ ເພື່ອ​ຮັບ​ປະ​ກັນ IPU ດຳ​ເນີນ​ໄປ​ສຳ​ເລັດ​ຜົນ, ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ ແລະ ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ເນັ້ນ​ຫນັກ​ວ່າ:

        “ໂດຍ​ແມ່ນ​ປະ​ເທດ​ເຈົ້າ​ພາບ, ພວກ​ເຮົາ​ຢາກ​ນຳ​ພາບ​ພົດ​ຂອງ​ປະ​ເທດ​ຊາດ, ປະ​ຊາ​ຊົນ ແລະ ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມ​ມາ​ແນະ​ນຳ​ໃຫ້​ເພື​່ອນ​ມິດ​ສາ​ກົນ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້ ແລະ ນີ້​ແມ່ນ​ຈຸດ​ເວ​ລາ​ເພື່ອ​ສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ເຮົາ​ໄດ້​ຕັ້ງ​ຫນ້າ, ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ. ທີ​ສ​ອງ ບັນ​ດາ​ມະ​ຕິ​ຂອງກອ​ງ​ປະ​ຊຸມ​ໃຫຍ່​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ຫົວ​ເລື່ອງ​ສະ​ເພາະ ຕ້ອ​ງ​ສະ​ແດງ​ໃຫ້​ເຫັນ​ຫລັກ​ໝັ້ນ​ຮັກ​ຫອມ​ສັນ​ຕິ​ພາບ​ຂອງ​ປະ​ເທດ​ຊາດ​ຢ່າງ​ຈະ​ແຈ້ງ, ສະ​ແດງ​ໃຫ້​ເຫັນ​ມູນ​ເຊື້ອ ວັດ​ທະ​ນ​ທຳ ປະ​ຫວັດ​ສາດ​ວິ​ລະ​ຊົນ​ຂອງ​ປະ​ຊາ​ຊົນ, ໄມ​ຕິ​ຈິດ, ນ້ຳ​ໃຈ​ຮ່​ວມ​ມື, ເປີດກວ້າງ​ການ​ພົວ​ພັນ​ກັບ​ເພື່ອນ​ມິດ​ສາ​ກົນ.”

 

 

ຂ່າວ/ບົດ​ອື່ນ