ປະທານສະພາແຫ່ງຊາດຫວຽດນາມເດີນທາງໄປຢ້ຽມຢາມ ມາຣົກ, ຝລັ່ງ; ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີຣົບ, ເຂົ້າຮ່ວມກອງປະຊຸມ IPU-140

(VOVWORLD) -ການຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີຣົບ ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແມ່ນເພື່ອແນໃສ່ແລກປ່ຽນກ່ຽວກັບການພົວພັນຮ່ວມມືລັດຖະສະພາລະຫວ່າງສະພາແຫ່ງຊາດຫວຽດນາມ ກັບ ສະພາແຫ່ງຊາດບັນດາປະເທດສະມາຊິກສະຫະພາບເອີຣົບ, ລັດຖະສະພາເອີຣົບ....

ຕອນເຊົ້າວັນທີ 27 ມີນາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ, ໄປຢ້ຽມຢາມລາຊະອານາຈັກ ມາຣົກ,  ສາທາລະນະລັດ ຝລັ່ງ ຢ່າງເປັນທາງການ; ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີຣົບ (EP), ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສະຫະພັນລັດຖະສະພາສາກົນ ຄັ້ງທີ 140 (IPU-140) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງຢູ່ Doha, ປະເທດກາຕາ ໃນລະຫວ່່າງວັນທີ 28 ມີນາ - 8 ເມສາ 2019.

        ການຢ້ຽມຢາມຄັ້ງນີ້ມີຄວາມໝາຍສໍາຄັນ, ເພື່ອແນໃສ່່ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດກັບຝລັ່ງ, ຜັນຂະຫຍາຍໝາກຜົນແຫ່ງການຢ້ຽມຢາມ ຝລັ່ງ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ຫັນຖະແຫຼງການຮ່ວມລະຫວ່າງບັນດາການນໍາຂັ້ນສູງສອງປະເທດກ່ຽວກັບການຮ່ວມມືລັດຖະສະພາເປັນລະອຽດ; ເພີ່ມທະວີການພົວພັນມິດຕະພາບໃນຫຼາຍດ້ານລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ລັດຖະສະພາສອງປະເທດ.

ປະທານສະພາແຫ່ງຊາດຫວຽດນາມເດີນທາງໄປຢ້ຽມຢາມ ມາຣົກ, ຝລັ່ງ; ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີຣົບ, ເຂົ້າຮ່ວມກອງປະຊຸມ IPU-140	 - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ (ພາບປະກອບ:TTXVN)

        ການຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີຣົບ ຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແມ່ນເພື່ອແນໃສ່ແລກປ່ຽນກ່ຽວກັບການພົວພັນຮ່ວມມືລັດຖະສະພາລະຫວ່າງສະພາແຫ່ງຊາດຫວຽດນາມ ກັບ ສະພາແຫ່ງຊາດບັນດາປະເທດສະມາຊິກສະຫະພາບເອີຣົບ, ລັດຖະສະພາເອີຣົບ, ຊຸກຍູ້ການພົວພັນລະຫວ່າງ ອາຊຽນ ກັບສະຫະພາບເອີຣົບ, ປຶກສາຫາລືກ່ຽວກັບບັນດາບັນຫາສອງຝ່າຍ, ບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່່າງຝ່າຍຕ່່າງມີຄວາມສົນໃຈ.

        ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ IPU-140 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຢູ່ ກາຕາ ແມ່ນເພື່ອແນໃສ່ສືບຕໍ່ຢັ້ງຢືນຄໍາໝັ້ນສັນຍາເລື່ອງເປັນເຈົ້າການ ແລະ ຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວທາງການທູດຫຼາຍຝ່າຍຂອງຫວຽດນາມ; ສະແດງບົດບາດເປັນເຈົ້າການ, ຄວາມຕັ້ງໜ້າໃນການແກ້ໄຂບັນດາສິ່ງທ້າທາຍຂອງພາກພື້ນ ແລະ ທົ່ວໂລກ; ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ກັບບັນດາຄູ່່ຮ່ວມມືເລິກເຊິ່ງຂຶ້ນຕື່ມ ໂດຍຜ່ານບັນດາການເຄື່ອນໄຫວພົບປະແລກປ່ຽນຢູ່ນອກກອງປະຊຸມ; ເສີມຂະຫຍາຍທີ່ຕັ້ງບົດບາດຂອງສະພາແຫ່ງຊາດຫວຽດນາມຢູ່ IPU ໃຫ້ຫຼາຍກວ່າອີກ, ໂດຍສະເພາະແມ່ນການດໍາລົງຕໍາແໜ່ງເປັນຮອງປະທານ IPU ອາຍຸການ 2018 – 2019.


ຕອບກັບ

ຂ່າວ/ບົດ​ອື່ນ