ປະທານສະພາແຫ່ງຊາດຫວຽດນາມໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງລາວ
(ພາບປະກອບ)
(vovworld) - ຕອນບ່າຍວັນທີ 30/8, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມໄດ້ຕ້ອນຮັບທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ທີ່ນຳໜ້າຄະນະຜູ້ແທນຂັ້ນສູງມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທີ່ການຕ້ອນຮັບ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງບົດບາດຂອງແນວລາວສ້າງຊາດໃນລະບົບການເມືອງຂອງ ລາວ ແລະ ບັນດາການເຄື່ອນໄຫວຮ່ວມມືຢ່າງຕັ້ງໜ້າລະຫວ່າງສອງອົງການແນວໂຮມໃນໄລຍະຜ່ານມາ, ເຊິ່ງໄດ້ປະກອບສ່ວນປັບປຸງ, ພັດທະນາຄວາມສາມັກຄີມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືແບບພິເສດ ຫວຽດນາມ - ລາວ. ພ້ອມທັງອວຍພອນກອງປະຊຸມໃຫຍ່ແນວລາວສ້າງຊາດຄັ້ງທີ X ປະສົບຜົນສຳເລັດຢ່າງຈົບງາມ; ຫວັງວ່າໃນຖານະຕຳແໜ່ງເປັນປະທານແນວລາວສ້າງຊາດ, ທ່ານໄຊສົມພອນ ພົນວິຫານຈະສືບຕໍ່ເສີມຂະຫຍາຍຜົນງານທີ່ບັນລຸໄດ້, ພ້ອມທັງມີຫົວຄິດປະດິດສ້າງ, ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເສີມຂະຫຍາຍບັນດາຜົນງານອັນໃຫຍ່ຫຼວງເຊິ່ງພັກ, ລັດລາວຍາດມາໄດ້ໃນໄລຍະຜ່ານມາ. ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ຢືນຢັນວ່າ, ໃນໄລຍະຈະມາເຖິງ, ສອງຝ່າຍຈະສຸມໃສ່ຜັນຂະຫຍາຍການເຄື່ອນໄຫວຕ່າງໆລະຫວ່າງສອງສະພາແຫ່ງຊາດເຊັ່ນ: ຈັດຕັ້ງກອງປະຊຸມສຳມະນາແລກປ່ຽນບົດຮຽນລະຫວ່າງສະພາແຫ່ງຊາດສອງປະເທດຫວຽດນາມ ແລະ ລາວ.