ປະທານສະພາແຫ່ງຊາດອວຍພອນປີໃໝ່ສະມາຊິກສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ

ປະທານສະພາແຫ່ງຊາດອວຍພອນປີໃໝ່ສະມາຊິກສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ - ảnh 1
ທ່ານປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ
(ພ​າບ​ປະ​ກອບ: quochoi)

(vovworld) - ​ເນື່ອງ​ໃນ​ໂອກາດ​ກະກຽມ​ກ້າວ​ເຂົ້າ​ສູ່​ປີ​ໃໝ່​ປີວ​ອກ 2016, ວັນ​ທີ 5/2, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ​ໄດ້​ພົບ​ປະ, ອວຍພອນ​ປີ​ໃໝ່​ຜູ້​ປະຈຳການ​ສະພາ​ຊົນ​ເຜົ່າ, ບັນດາ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ຄະນະຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ, ພະນັກງານ, ລັດຖະກອນ…ຂອງ​ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ. ນະ​ທີ່​ນີ້, ທ່ານປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ, ບັນດາ​ຜົນງານ​ທີ່​ສະພາ​ແຫ່ງ​ຊາດ​ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ ​ແມ່ນ​ມີ​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ບັນດາ​ສະ​ມາ​ຊິກ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານປະທານ​ສະພາ​ແຫ່ງ​ຊາດ​ ຫງວຽນ​ຊິງ​ຮຸ່ງ ກໍ່ຝາກ​ຄຳ​ອວຍພອນ​ສຸຂະພາບ, ຄວາມ​ຜາ​ສຸກ ​ແລະ ຜົນສຳ​ເລັດ​ເຖິງ​ທຸກ​ຄົນ​ທີ່​ເຮັດ​ວຽກ​ໃນອົງການ​ສະພາ​ແຫ່ງ​ຊາດ, ທ່ານ​ຫວັງ​ວ່າ, ​ໃນ​ປີ​ໃໝ່​ນີ້, ສະພາ​ແຫ່ງ​ຊາດ​ຈະ​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງໜ້າ, ມີ​ປະສິດທິ​ຜົນ​ກວ່າ​ອີກ, ສົມ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ຫວັງ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ​​ໄດ້ມອບ​ໝາຍ​ໃຫ້.

ຂ່າວ/ບົດ​ອື່ນ