ປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ວຽກງານກວດສອບແຫ່ງລັດປີ 2018

(VOVWORLD) -  ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ: ປີ 2018, ອົງການກວດສອບແຫ່ງລັດຈະຜັນຂະຫຍາຍໜ້າທີ່ຕິດພັນກັບບັນດາມະຕິ ແຜນນະໂຍບາຍຂອງພັກ, ລັດ
ປະທານສະພາແຫ່ງຊາດເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ວຽກງານກວດສອບແຫ່ງລັດປີ 2018 - ảnh 1 ທ່ານນາງປະທານສະພາແຫ່ງຊາດ ກ່າວຄຳເຫັນທີ່ກອງປະຊຸມ

ກອງປະຊຸມຜັນຂະຫຍາຍໜ້າທີ່ວຽກງານກວດສອບແຫ່ງລັດປີ 2018 ຈັດຕັ້ງໃນຕອນເຊົ້າວັນທີ 15 ມັງກອນ, ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ ດ້ວຍບັນດາໝາກຜົນທີ່ບັນລຸໄດ້, ຂະແໜງກວດສອບແຫ່ງລັດໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຕໍ່ພັກ, ລັດ, ປະຊາຊົນ, ສະແດງບົດບາດຂອງຕົນຊ່ວຍໃຫ້ລັດຖະບານ, ສະພາແຫ່ງຊາດ ເພີ່ມທະວີວຽກງານຄຸ້ມຄອງ:

        “ພ້ອມກັບການສະເໜີແກ້ໄຂດ້ານການເງິນແລ້ວ, ຜົນແຫ່ງການກວດສອບຍັງຂໍ້ສະເໜີແນະປັບປຸງ, ເພີ່ມເຕີມ, ຍົກເລີກບັນດາບົດຮຽນບັນດາເອກະສານນິຕິກຳບໍ່ເໝາະສົມກັບສະພາບພຶດຕິກຳຕົວຈິງ ສິ່ງດັ່ງກ່າວໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງລະບອບ, ນະໂຍບາຍກົດໝາຍຂອງລັດໃຫ້ສົມບູນແບບ.”

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ: ປີ 2018, ອົງການກວດສອບແຫ່ງລັດຈະຜັນຂະຫຍາຍໜ້າທີ່ຕິດພັນກັບບັນດາມະຕິ ແຜນນະໂຍບາຍຂອງພັກ, ລັດ ສືບຕໍ່ຜັນຂະຫຍາຍບັນດາມາດຕະການແກ້ໄຂຢ່າງຄົບຖ້ວນເພື່ອປະຕິບັດຄາດໝາຍຂອງຍຸດທະສາດພັດທະນາການກວດສອບແຫ່ງລັດຮອດປີ 2020; ຍົກສູງຖານະບົດບາດຂອງອົງການກວດສອບແຫ່ງລັດບົນເວທີສາກົນຜ່ານການຈັດຕັ້ງກອງປະຊຸມໃຫຍ່ບັນດາອົງການກວດສອບສູງສຸດພາກພື້ນ ອາຊີ ຄັ້ງທີ 14 ASOSAI 14 ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ