ປະທານສະພາແຫ່ງຊາດເຂົ້າຮ່ວມງານພົບປະເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດທົ່ວປະເທດຄັ້ງທຳອິດຢູ່ເກີນເທີ

(VOVWORLD) -ຄະນະສະມາຊິກສະພາແຫ່ງຊາດນະຄອນເກີນເທີ ໄດ້ຈັດງານພົບປະສະເຫຼີມສະຫຼອງ 75 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດຫວຽດນາມ ຄັ້ງທຳອິດ (06 ມັງກອນ 1946 – 06 ມັງກອນ 2021)

ປະທານສະພາແຫ່ງຊາດເຂົ້າຮ່ວມງານພົບປະເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດທົ່ວປະເທດຄັ້ງທຳອິດຢູ່ເກີນເທີ - ảnh 1(ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ກ່າວຄຳເຫັນທີ່ງານພົບປະ)

ວັນທີ 04 ມັງກອນ, ຄະນະສະມາຊິກສະພາແຫ່ງຊາດນະຄອນເກີນເທີ ໄດ້ຈັດງານພົບປະສະເຫຼີມສະຫຼອງ 75 ປີແຫ່ງວັນເລືອກຕັ້ງສະພາແຫ່ງຊາດຫວຽດນາມ ຄັ້ງທຳອິດ (06 ມັງກອນ 1946 – 06 ມັງກອນ 2021) ແລະ ສະຫຼຸບການເຄື່ອນໄຫວຂອງຄະນະສະມາຊິກສະພາແຫ່ງຊາດນະຄອນ ເກີນເທີ ຊຸດທີ 14, ອາຍຸການ 2016 – 2021.

        ກ່າວຄຳເຫັນທີ່ງານພົບປະ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ, ປີ 2021 ຈະດຳເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 15 ແລະ ເລືອກຕັ້ງຜູ້ແທນສະພາປະຊາຊົນທຸກຂັ້ນ ອາຍຸການ 2021 - 2026. ສະນັ້ນ, ຄະນະສະມາຊິກສະພາແຫ່ງຊາດນະຄອນ ເກີນເທີ ຕ້ອງເປັນເຈົ້າການສົມທົບກັບບັນດາຂະແໜງການທຸກຂັ້ນ ກະກຽມທຸກດ້ານເພື່ອຈັດຕັ້ງບັນດາເຫດການດັ່ງກ່າວຢ່າງລອບຄອບຖີ່ຖ້ວນ.

        “ຂ້າພະເຈົ້າສະເໜີໃຫ້ອົງຄະນະພັກ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ ແລະ ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນເກີນເທີ ເອົາໃຈໃສ່ຊີ້ນຳ, ຈັດຕັ້ງການເລືອກຕັ້ງ ຮັບປະກັນໃຫ້ແໜ້ນແຟ້ນ, ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ ແລະ ບັນດາເອກະສານແນະນຳ, ຊີ້ນຳຂອງສູງກາງ. ຂ້າພະເຈົ້າປາດຖະໜາວ່າ, ເກີນເທີ ປະຕິບັດເປັນແບບຢ່າງເພື່ອໃຫ້ການເລືອກຕັ້ງນີ້ບັນລຸຜົນສຳເລັດຈົບງາມ”.

ຕອບກັບ

ຂ່າວ/ບົດ​ອື່ນ