ປະທານສະພາແຫ່ງຊາດເວືອງດິ່ງເຫວະ ພົບປະກັບປະທານສະພາຕ່ຳ ຟີລິບປິນ
(VOVWORLD) - ຕອນເຊົ້າວັນທີ 23 ພະຈິກ, ພາຍຫຼັງພິທີຕ້ອນຮັບຢູ່ສຳນັກງານສະພາຕ່ຳ ຟີລິບປິນ, ທີ່ນະຄອນຫຼວງ ມານີລາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມີການພົບປະ ກັບທ່ານປະທານສະພາຕ່ຳ ຟີລິບປິນ Martin Romualdez.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ພົບປະ ກັບທ່ານປະທານສະພາຕ່ຳ ຟີລິບປິນ Martin Romualdez |
ທີ່ການພົບປະ, ເມື່ອແລກປ່ຽນກ່ຽວກັບການພົວພັນສອງຝ່າຍ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບເພີ່ມທະວີການພົວພັນອັນດີງາມທີ່ມີຢູ່ແລ້ວລະຫວ່າງສອງປະເທດໃນບັນດາຂົງເຂດຄື: ການເມືອງ - ການຕ່າງປະເທດ, ການຄ້າ - ການລົງທຶນ…ທ່ານປະທານສະພາຕ່ຳຟີລິບປິນ ໄດ້ສະແດງຄວາມຂອບໃຈ ຫວຽດນາມ ທີ່ໄດ້ໜູນຊ່ວຍອຸປະກອນການແພດໃຫ້ແກ່ຟີລິບປິນໃນໄລຍະເກີດໂລກລະບາດໂຄວິດ - 19 ແລະ ຍາມໃດກໍ່ ເປັນຄູ່ຮ່ວມມືສະໜອງເຂົ້າສານທີ່ໄວ້ເນື້ອເຊື່ອໃຈ, ເປັນປົກກະຕິໃນສະພາບທີ່ເກີດວິກິດການທັນຍາຫານທົ່ວໂລກ, ທ່ານຫວັງວ່າ ຟີລິບປິນ ອາດຈະສົ່ງອອກສິນຄ້າມາຫວຽດນາມຫຼາຍກ່ວາ.
ກໍ່ທີ່ການພົບປະ, ຕໍ່ໜ້າການເປັນສັກຂີພິຍານຂອງບັນດາສະມາຊິກລັດຖະສະພາສອງປະເທດ, ຜູ້ຕາງໜ້າສະພາຕ່ຳຟີລິບປິນ ໄດ້ກ່າວມະຕິວ່າດ້ວຍການເພີ່ມທະວີການຮ່ວມມືລະຫວ່າງ ຟີລິບປິນ ແລະ ຫວຽດນາມ, ຮັບຮອງເອົາການສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບ ຟີລິບປິນ - ຫວຽດນາມ.