ປະທານສະພາແຫ່ງລັດ ກູບາ Raul Castro ແລະ ທ່ານປະທານາທິບໍດີ ຝລັ່ງ Francois Hollande
ພາບ:AFP
|
(vovworld)- ວັນທີ 30/1, ປະທານສະພາແຫ່ງລັດ ກູບາ Raul Castro ໄດ້ເດີນທາງເຖິງນະຄອນຫລວງ ປາຣີ ປະເທດຝະລັ່ງ ສອງມື້ກ່ອນທີ່ເລີ່ມຕົ້ນການຢ້ຽມຢາມຄັ້ງປະຫວັດສາດທຳອິດຂອງການນຳ ກູບາ ເຖິງ ຝລັ່ງ ນັບແຕ່ປີ 1995 ພາຍຫລັງການຢ້ຽມຢາມຂອງປະທານ ກູບາ Fidel Castro. ການຢ້ຽມຢາມຂອງປະທານ Castro ໄດ້ຮັບການລໍຄອຍວ່າ ຈະວາງຂີດໝາຍໃຫ້ການປັບປຸງການພົວພັນລະຫວ່າງ ກູບາ ກັບບັນດາປະເທດຊັ້ນນຳຂອງໂລກ ພາຍຫລັງປະເທດນີ້ ຫັນການພົວພັນກັບ ອາເມລິກາ ເປັນປົກກະຕິໃນປີກາຍ. ວົງການການເມືອງ ຝລັ່ງ ຖະແຫລງວ່າ ການຢ້ຽມຢາມຂອງປະທານ Castro ຈະເປີດໄລຍະໃຫມ່ໃນການເພີ່ມທະວີການພົວພັນລະຫວ່າງສອງປະເທດ.