ປະທານຫງວຽນຊິງຮຸ່ງ ພົບປະກັບຜູ້ມີສິດ ເລືອກຕັ້ງເມືອງເຮືອງເຄ (ຮ່າຕິ້ງ)
(ພາບ:vov.vn)
(vovworld) –ໃນການພົບປະກັບຜູ້ມີສິດເລືອກຕັ້ງເມື່ອຕອນເຊົ້າວັນທີ 2/7, ທ່ານ ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ຢືນຢັນວ່າ, ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ປະສົບຜົນສຳເລັດຍ້ອນມີການປະກອບສ່ວນຢ່າງຕັ້ງໜ້າຂອງປະຊາຊົນ, ນັກຮົບ ແລະ ຄວາມຮັບຜິດຊອບຂອງບັນດາ ສສຊ. ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ ເນັ້ນໜັກວ່າ, ສະພາບ ເສດຖະກິດ, ສັງຄົມໄດ້ ແລະ ພວມປະສົບກັບຄວາມຫຍຸ້ງຍາກກ່ວາ ຂະນະທີ່ ຈີນ ໄດ້ຕັ້ງຮ້ານເຈາະນ້ຳມັນໄຮຢາງ 981 ຢ່າງຜິດກົດໝາຍໃນເຂດເສດຖະກິດຈຳເພາະ ແລະ ໄຫຼ່ທະວີບຂອງຫວຽດນາມ ພ້ອມທັງສະເໜີໃຫ້ ຜູ້ມີສິດເລືອກຕັ້ງ ແລະ ປຊຊ ທົ່ວປະເທດ ຕ້ອງມີຄວາມມານະພະຍາຍາມກ່ວາອີກ, ໃນການຜ່ານຜ່າຄວາມຫຍຸ້ງຍາກເພື່ອສ້າງສາ ແລະ ພັດທະນາປະເທດຊາດ. ທ່ານຢືນຢັນທັດສະນະສ້າງສາຍພົວພັນມິດຕະພາບກັບຈີນ ຢ່າງຈະແຈ້ງ:
“ປະທານໂຮ່ຈິມິນ ແລະ ປະທານມາວເຈິນຕຸງ ໄດ້ເວົ້ານຳກັນວ່າ, ສາຍພົວພັນມິດຕະພາບຫວຽດນາມ-ຈີນ ທັງເປັນສະຫາຍ ທັງເປັນອ້ານນ້ອງ. ຫວຽດນາມ ຢາກສ້າງສາຍພົວພັນມິດຕະພາບແຕ່ກໍ່ບໍ່ຖືເບົາ, ຖອຍຫຼັງຕໍ່ການນາບຂູ່ຕໍ່ການຢຶດເອົາຄວາມເປັນເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ. ໃນສະພາບການປະຈຸບັນ, ຫວຽດນາມ ຕ້ອງມານະພະຍາຍາມ, ສາມັກຄີກັນ, ເຫັນດີເປັນເອກະສັນໃນການເຄື່ອນໄຫວເພື່ອຜ່ານຜ່າຄວາມຫຍຸ້ງຍາກ“./.