ປະທານາທິບໍດີ Obama ກະຕຸກຊຸກຍູ້ສະພາສູງ ອາເມລິກາ ອະນຸມັດຜ່ານ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ
ທ່ານປະທານນາທິບໍດີ Barack Obama
(ພາບ: AP)
(vovworld) – ວັນທີ 28/05, ໃນບົດກ່າວປາໄສທີ່ສຳຄັນກ່ຽວກັບການກຳນົດທິດນະໂຍບາຍການຕ່າງປະເທດຂອງອາເມລິກາ ໃນໄລຍະຈະມາເຖິງ, ທ່ານປະທານນາທິບໍດີ Barack Obama ຍອມຮັບວ່າ ໂລກພວມມີການປ່ຽນແປງຢ່າງໄວວາ, ນຳມາເຊິ່ງກາລະໂອກາດ ແຕ່ກໍ່ ກໍ່ໃຫ້ເກີດບັນດາສິ່ງທີ່ອັນຕະລາຍໃໝ່. ບັນດາການກະທຳເກາະຜິດຢູ່ທະເລຕາເວັນອອກ ຫຼື ຢູ່ເຂດຕ່າງໆ, ຖ້າບໍ່ໄດ້ຮັບການຄວບຄຸມ ຈະສົງຜົນສະທ້ອນເຖິງບັນດາພັນທະມິດຂອງ ວໍຊິງເຕັນ ແລະ ສາມາດພາໃຫ້ກອງທັບອາເມລິກາ ເຂົ້າຮ່ວມ. ທ່ານ Obama ຖືວ່າ ຍາມໃດປະເທດອາເມລິກາ ກໍ່ນຳໜ້າບົນເວທີສາກົນ ຍ້ອນບໍ່ມີປະເທດໃດສາມາດຮັບບົດບາດໜ້າທີ່ດັ່ງກ່າວໄດ້. ເພື່ອບັນລຸຈຸດໝາຍດັ່ງກ່າວ, ທ່ານປະທານນາທິບໍດີ Barack Obama ຢືນຢັນວ່າ.
“ກອງທັບຍາມໃດກໍ່ເປັນແກ່ນສານໃນບົດບາດນຳພາຂອງອາເມລິກາ ໃນໂລກ. ແຕ່ວ່າ, ການເຄື່ອນໄຫວດ້ານການທະຫານບໍ່ສາມາດແມ່ນປັດໃຈໜຶ່ງດຽວ, ບໍ່ສາມາດເປັນກຸນແຈໃນລັດຖະນະໂຍບາຍທັງໝົດຂອງອາເມລິກາ. ເລື່ອງອາເມລິກາ ມີຜົນປະໂຫຍດໃນການຮັບປະກັນສັນຕິພາບ ແລະ ເສລີພາບຢູ່ນອກຜືນແຜ່ນດິນຂອງຕົນ ບໍ່ໝາຍຄວາມວ່າ ວໍຊິງເຕັນ ຕ້ອງເລືອກເຟັ້ນວິທີແຊກແຊງດ້ານການທະຫານເຂົ້າທຸກໆບັນຫາ”.
ແລະກໍ່ໃນບົດກ່າວປາໄສ, ທ່ານປະທານນາທິບໍດີ Barack Obama ຢືນຢັນວ່າ ອາເມລິກາ ພວມຊ່ວຍບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ເຈລະຈາກັບຈີນ ກ່ຽວກັບປະມວນຂໍ້ກຳນົດການປະພຶດຂອງຝ່າຍຕ່າງໆຢູ່ທະເລຕາເວັນອອກ (COC) ຢູ່ທະເລຕາເວັນອອກ ແລະ ພວມສົມທົບກັນແກ້ໄຂບັນດາການຂັດແຍ້ງຜືນແຜ່ນດິນ ແລະ ເຂດນ່ານທະເລຜ່ານກົດໝາຍສາກົນ. ທ່ານປະທານນາທິບໍດີ Barack Obama ກະຕຸກຊຸກຍູ້ສະພາສູງອາເມລິກາ ອະນຸມັດຜ່ານສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍທະເລ.