ປະທານາທິບໍດີ ກຣວາດເຕຍ ສາບານຕົວເຂົ້າດຳລົງຕຳແໜ່ງ

   ປະທານາທິບໍດີ ກຣວາດເຕຍ ສາບານຕົວເຂົ້າດຳລົງຕຳແໜ່ງ - ảnh 1
ປະ​ທາ​ນາ​ທິ​ບໍ​ດີ​ຍິງ​ຄົນ​ທຳ​ອິດ​ໃນ​ປະ​ຫວັດ​ສາດຂ​ອງ    ກ​ຣ​ວາດ​ເຕຍ, ທ່ານ​ນາງ Grabar Kitarovic ໄດ້​ສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​

(vovworld)- ວັນ​ທີ 15/2 , ປະ​ທາ​ນາ​ທິ​ບໍ​ດີ​ຍິງ​ຄົນ​ທຳ​ອິດ​ໃນ​ປະ​ຫວັດ​ສາດຂ​ອງ    ກ​ຣ​ວາດ​ເຕຍ, ທ່ານ​ນາງ Grabar Kitarovic ໄດ້​ສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ​ໃນ​ພິ​ທີ​ສາ​ບານ​ຕົວ ຖືກ​ຈັດ​ຂຶ້ນ​ຢູ່​ສະ​ໜາມຫຼວງ Saint Marc ທີ່​ນະ​ຄອນຫຼວງ Zagreb. ເຂົ້າ​ຮ່ວມ​ພິ​ທີ​ດັ່ງ​ກ່າວ​ມີ​ປະ​ທາ​ນາ​ທິ​ບໍ​ດີປະ​ເທດ​ຕ່າງໆ​ພ້ອມ​ກັບ​ເຈົ້າ​ຫນ້າ​ທີ່​ຂັ້ນ​ສູງ​ນັບ​ຮ້ອຍ​ທ່ານ​ຂອງ ກ​ຣ​ວາດ​ເຕຍ. ໃນ​ສູນ​ທອນ​ພົດ ສາ​ບານ​ຕົວ​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ, ທ່ານ​ນາງ Grabar Kitarovic ໝັ້ນ​ໝາຍ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊ່ວຍ​ປະ​ເທດ​ຊາດ​ກາຍ​ເປັນ​ປະ​ເທດ​ຮັ່ງ​ມີ. ທ່ານ​ນາງ Grabar Kitarovic ຖະ​ແຫຼງ​ຈະ​ຟື້ນ​ຟູ​ເສດ​ຖະ​ກິດ ແລະ ປົວ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະ​ຊາ​ຊົນ ກ​ຣ​ວາດ​ເຕຍ ໃຫ້​ທັນ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ EU .

ຂ່າວ/ບົດ​ອື່ນ