ປະ​ທານ​າ​ທິ​ບໍ​ດີ ຄົນ​ໃໝ່ ອີ​ຣານ ຕັດ​ສິນ​ໃຈ​ນຳ ອີ​ຣານ ຜ່ານ​ຜ່າ​ວິ​ກິດ​ການ

(VOVWORLD) - ເລື່ອງນຳປະເທດຕາເວັນອອກກາງນີ້ຜ່ານຜ່າ “ບັນດາສິ່ງທ້າທາຍ ແລະ ວິກິດການ” ຈະແມ່ນສິ່ງທ້າທາຍໃຫຍ່ໃນຕໍ່ໜ້າ. ນີ້ແມ່ນຄຳປາໄສຂອງທ່ານ Masoud Pezeshkian ເມື່ອໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອີຣານ ຜ່ານມາ.
ປະ​ທານ​າ​ທິ​ບໍ​ດີ ຄົນ​ໃໝ່ ອີ​ຣານ ຕັດ​ສິນ​ໃຈ​ນຳ ອີ​ຣານ ຜ່ານ​ຜ່າ​ວິ​ກິດ​ການ - ảnh 1ທ່ານປະທານາທິບໍດີ ຄົນໃໝ່ ອີີຣານ Masoud Pezeshkian  (ພາບ: IRNA/TTXVN)

ວັນທີ 6 ກໍລະກົດ, ທ່ານປະທານາທິບໍດີ ຄົນໃໝ່ ອີີຣານ Masoud Pezeshkian ໃຫ້ຮູ້ວ່າ ເລື່ອງນຳປະເທດຕາເວັນອອກກາງນີ້ຜ່ານຜ່າ “ບັນດາສິ່ງທ້າທາຍ ແລະ ວິກິດການ” ຈະແມ່ນສິ່ງທ້າທາຍໃຫຍ່ໃນຕໍ່ໜ້າ. ນີ້ແມ່ນຄຳປາໄສຂອງທ່ານ Masoud Pezeshkian ເມື່ອໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອີຣານ ຜ່ານມາ.

              ທ່ານ Masoud Pezeshkian ສະແດງຄວາມພ້ອມທີ່ຈະຮັບໃຊ້ປະຊາຊົນ ອີຣານ ແລະ ໃຫ້ຄຳໝັ້ນສັນຍາຈະຮັບຟັງຄຳຄິດຄຳເຫັນຂອງເຂົາເຈົ້າ. ທ່ານຍອມຮັບວ່າ ເງື່ອນໄຂທີ່ມີສິ່ງທ້າທາຍນາໆປະການ ເຊິ່ງອຳນາດການປົກຄອງໃໝ່ຕ້ອງປະເຊີນໜ້າ, ພ້ອມທັງຢັ້ງຢືນຄຳໝັ້ນສັນຍາຮ່ວມມືກັບ ສະພາແຫ່ງຊາດ ອີຣານ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ຜ່ານຜ່າຄວາມຫຍຸ້ງຍາກ.

              ທ່ານປະທານາທິບໍດີ Masoud Pezeshkian ກໍຢັ້ງຢືນຄືນຄຳໝັ້ນສັນຍາຂອງຕົນໃນບັ້ນຫາສຽງເລືອກຕັ້ງ. ພ້ອມທັງສະແດງເຈດຈຳນົງຊຸກຍູ້ການເຈລະຈາ, ຄວາມສາມັກຄີ ແລະ ຄວາມເຫັນດີເຫັນພ້ອມຂອງປວງຊົນທັງຊາດໃນວິວັດການບໍລິຫານປະເທດ ແນໃສ່ແກ້ໄຂບັນດາບັນຫາສັງຄົມໃນທຸກຂົງເຂດເສດຖະກິດ, ສັງຄົມ, ວັດທະນະທຳ ແລະ ການເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ