ປະທານາທິບໍດີ ຝຣັ່ງ ສະເໜີໃຫ້ສ້າງ “ສັນຍາໝັ້ນໝາຍໃໝ່ໃຫ້ແກ່ປະເທດຊາດ”

(VOVWORLD) -ຕອນຄ່ຳວັນທີ 13 ມັງກອນ, ທ່ານປະທານາທິບໍດີ ຝຣັ່ງ Emmamuel Macron ໄດ້ສົ່ງຈົດໝາຍທີ່ມີເນື້ອໃນຍາວຢຽດ ເຖິງປະຊາຊົນ ຝຮັ່ງ ທຸກທົ່ວໜ້າ ເພື່ອເລີ່ມຕົ້ນດຳເນີນການສົນທະນາຫາລື ທົ່ວປະເທດ,  ຊື່ງຄາດວ່າຈະເລີ່ມຂຶ້ນແຕ່ວັນທີ 15 ມັງກອນ

ປະທານາທິບໍດີ ຝຣັ່ງ ສະເໜີໃຫ້ສ້າງ “ສັນຍາໝັ້ນໝາຍໃໝ່ໃຫ້ແກ່ປະເທດຊາດ” - ảnh 1 ທ່ານປະທານາທິບໍດີ ຝຣັ່ງ Emmamuel Macron

(ພາບປະກອບ: AFP/TTXVN)

ພາຍຫຼັງການເດີນຂະບວນປະທ້ວງເມື່ອທ້າຍອາທິດທີ 9 ທີ່ຜ່ານມາ ຂອງຂະບວນການ “ເສື້ອເຫຼືອງ” ເຖິງວ່າຈະມີຄວາມຮຸນແຮງໜ້ອຍກວ່າ ແຕ່ວ່າພັດລະດົມຄົນເຂົ້າຮ່ວມໄດ້ຫຼາຍກວ່າດັ່ງທີ່ຄາດຄະເນໄວ້, ທ່ານປະທານາທິບໍດີ Emmamuel Macron ມີຄວາມຄາດຫວັງຕໍ່ການສົນທະນາຫາລື ປະກອບຄຳຄິດເຫັນຂອງປະຊາຊົນ ເພື່ອແກ້ໄຂວິກິດການ.

ໃນຈົດໝາຍ, ທ່ານປະທານາທິບໍດີ Macron ຢັ້ງຢືນວ່າການສົນທະນາຫາລືທົ່ວປະເທດ ຈະແກ່ຍາວໄປຮອດວັນທີ 15 ມີນາ ແລະ ຈະບໍ່ແມ່ນການເລືອກຕັ້ງ ຫຼື ການລົງປະຊາມະຕິ. ຕາມທ່ານ Macron ແລ້ວ, ບັນດາຄຳສະເໜີຂອງປະຊາຊົນ “ຈະຊ່ວຍກໍ່ສ້າງສັນຍາໝັ້ນໝາຍໃໝ່ໃຫ້ແກ່ປະເທດ, ສ້າງໂຄງສ້າງການເຄື່ອນໄຫວຂອງລັດຖະບານ ແລະ ສະພາແຫ່ງຊາດ ຄືນໃໝ່, ກໍ່ຄືການກຳນົດ ຖານະບົດບາດຂອງ ປະເທດ ຝຣັ່ງ ຄືນຢູ່ ເອີຣົບ ແລະ ເວທີສາກົນ”. ທ່ານປະທານາທິບໍດີ ສັນຍາວ່າ ຈະແຈ້ງໝາກຜົນທີ່ໄດ້ຮັບຕໍ່ປະຊາຊົນໂດຍກົງພາຍໃນເດືອນ, ຫຼັງຈາກສິ້ນສຸດການປຶກສາຫາລື.

ຕອບກັບ

ຂ່າວ/ບົດ​ອື່ນ