ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ປະ​ກາດ​ເປີດ​ບັ້​ນ​ຮົບ​ການ​ທະ​ຫານ​ພິ​ເສດ​ຢູ່ Donbass

(VOVWORLD) -ລັດເຊຍ ຈະຜັນຂະຫຍາຍບັ້ນຮົບພິເສດເພື່ອປົກປ້ອງປະຊາຊົນຢູ່ສາທາລະນະລັດ ປະຊາຊົນ Donetsk (DPR) ອ້າງຊື່ເອງ ແລະ ສາທາລະນະລັດ ປະຊາຊົນ Luhansk (LPR) ອ້າງຊື່ເອງ ຢູ່ Donbass, ພາກຕາເວັນອອກ ຢູແກຼນ. 
ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ ປະ​ກາດ​ເປີດ​ບັ້​ນ​ຮົບ​ການ​ທະ​ຫານ​ພິ​ເສດ​ຢູ່ Donbass - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: MikhailI Klimentev/SPUTNIK/AFP)

ຕອນເຊົ້າວັນທີ 24 ກຸມພາ (ຕາມເວລາ ຫວຽດນາມ), ທ່ານປະທານາທິບໍດີ ລັດເຊຍ Vladimir Putin ໄດ້ແຈ້ງໃຫ້ຊາບວ່າ ຈະຜັນຂະຫຍາຍບັ້ນຮົບພິເສດເພື່ອປົກປ້ອງປະຊາຊົນຢູ່ສາທາລະນະລັດ ປະຊາຊົນ Donetsk (DPR) ອ້າງຊື່ເອງ ແລະ ສາທາລະນະລັດ ປະຊາຊົນ Luhansk (LPR) ອ້າງຊື່ເອງ ຢູ່ Donbass, ພາກຕາເວັນອອກ ຢູແກຼນ. ທ່ານປະທານາທິບໍດີ ລັດເຊຍ ຮຽກຮ້ອງໃຫ້ກອງທັບ ຢູແກຼນ ຢູ່ໃນບໍລິເວນວາງອາວຸດລົງ.

     ໃນບົດກ່າວປາໄສທີ່ບັງເອີນໃນຊ່ອງໂທລະພາບຂອງຕອນເຊົ້າວັນທີ 24 ກຸມພາ, ທ່ານ Putin  ຢັ້ງຢືນວ່າ, ການກະທຳດັ່ງກ່າວແມ່ນສອດຄ່ອງກັບ ມາດຕາ 51, ພາກທີ 7 ຂອງ ກົດບັດ ສປຊ, ຄຳສັ່ງລົງໂທດຈາກສະພາສະຫະພັນ ລັດເຊຍ ແລະ ຕາມສົນທິສັນຍາມິດຕະພາບ ແລະ ການຊ່ວຍເຫຼືອ ທີ່ໄດ້ລົງນາມກັບ DPR ແລະ ສາທາລະນະລັດ Luhansk (LPR)  ເຊິ່ງສະພາແຫ່ງຊາດໄດ້ຮັບຮອງເອົາ.

     ກ່ອນໜ້ານັ້ນ 2 – 3 ຊົ່ວໂມງ, ສະພາແຫ່ງຊາດ ຢູແກຼນ ໄດ້ຮັບຮອງເອົາຖະແຫຼງການກ່ຽວກັບການປະກາດສະພາວະສຸກເສີນລະດັບຊາດ, ປະຕິບັດໃນທົ່ວດິນແດນ ຢູແກຼນ ແຕ່ວັນທີ 24 ກຸມພາ ແລະ ຈະແກ່ຍາວເປັນເວລາ 30 ວັນ, ຍົກເວັ້ນແຕ່ເຂດ Donetsk ແລະ Luhansk ຢູ່ທາງທິດຕາເວັນອອກ ເຊິ່ງເປັນເຂດຈັດວາງໃນສະພາວະສຸກເສີນແຕ່ປີ 2014 ມານີ້.

ຕອບກັບ

ຂ່າວ/ບົດ​ອື່ນ