ປະທານາທິບໍດີ ສ.ເກົາຫຼີ ຢັ້ງຢືນ ສປປ.ເກົາຫຼີ ພ້ອມແລ້ວທີ່ມີບາດກ້າວເດີນດຸ່ນດ່ຽງກັບ ອາເມລິກາ
(VOVWORLD) - ວັນທີ 20 ກັນຍາ, ພາຍຫລັງສິ້ນສຸດການຢ້ຽມຢາມ ສປປ.ເກົາຫຼີ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ປະກາດຕໍ່ປະຊາຊົນທົ່ວປະເທດກ່ຽວກັບໝາກຜົນແຫ່ງການພົບປະສຸດຍອດຄັ້ງປະຫວັດສາດກັບການນຳ ສປປ.ເກົາຫຼີ Kim Jong-un.
ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in (ພາບ: Yonhap/TTXVN) |
ທ່ານ Moon Jae-in ໃຫ້ຮູ້ວ່າ: ສປປ.ເກົາຫຼີ ໄດ້ພ້ອມແລ້ວທີ່ຈະຊຸກຍູ້ການປອດນິວເຄຼຍ ພາຍຫລັງ ອາເມລິກາ ມີບັນດາບາດກ້າວເດີນທີ່ຄ້າຍຄືກັນ, ພ້ອມທັງຮຽກຮ້ອງ ອາເມລິກາ ແລະ ສປປ.ເກົາຫຼີ ຄວນມີບັນດາບາດກ້າວເດີນທີ່ດຸ່ນດ່ຽງ. ຕາມທ່ານ Moon Jae-in ແລ້ວ, ການນຳ ສປປ.ເກົາຫຼີ ໄດ້ສະແດງຄວາມຫວັງຢາກໃຫ້ແຫຼມ ເກົາຫຼີ ປອດນິວເຄຼຍ ໃນໄລຍະໄວທີ່ສຸດຢ່າງສິ້ນເຊີງ ແລະ ປາດຖະໜາຢາກດຳເນີນການພົບປະສຸດຍອດຄັ້ງທີ 2 ກັບທ່ານປະທານາທິບໍດີ ອາເມລິກາ Donald Trump. ທ່ານປະທານາທິບໍດີ ສ.ເກົາຫຼີ ກໍ່ສະແດງຄວາມຫວັງວ່າ ອາເມລິກາ ຈະເຊື່ອມຕໍ່ການເຈລະຈາກັບ ສປປ.ເກົາຫຼີ ຄືນໃໝ່.
ກ່ຽວກັບການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ, ທ່ານປະທານາທິບໍດີ Moon Jae-in ໃຫ້ຮູ້ວ່າ: ການນຳ ສປປ.ເກົາຫຼີ ຢາກສຸມໃສ່ເຂົ້າໃນການພັດທະນາເສດຖະກິດ. ທ່ານກໍ່ຢືນຢັນວ່າ ຂໍ້ຕົກລົງການທະຫານສະບັບໃໝ່ ຈະຍົກເລີກທຸກໄພນາບຂູ່ສົງຄາມໃນແຫຼມ ເກົາຫຼີ ຕະຫລອດການ.