ປະທານາທິບໍດີ ສເກົາຫຼີ ສືບຕໍ່ຖືກທວງໃຫ້ລາອອກຈາກຕຳແໜ່ງ

ປະທານາທິບໍດີ ສເກົາຫຼີ ສືບຕໍ່ຖືກທວງໃຫ້ລາອອກຈາກຕຳແໜ່ງ - ảnh 1
ແຫ່​ຂະ​ບວນຄັດຄ້ານ​ລັດຖະບານ​ຢູ່​ນະຄອນຫຼວງ ​ເຊີ​ອູ​ນ
(ພາບ: Reuters)


(vovworld) - ວັນ​ທີ 12/11, ຊາວ ສ​ເກົາຫຼີ ນັບພັນ​ຄົນ​ໄດ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນຄັດຄ້ານ​ລັດຖະບານ​ຢູ່​ນະຄອນຫຼວງ ​ເຊີ​ອູ​ນ ​ເພື່ອ​ທວງ​ໃຫ້​ທ່ານ​ນາງ​ປະທານາທິບໍດີ ສ​ເກົາຫຼີ Park Geun-Hye ຕ້ອງ​ລາ​ອອກ​ຈາກ​ຕຳ​ແໜ່​ງ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫຍ່​ສຸດ​ຢູ່ ສ​ເກົາຫຼີ ​ໃນ 30 ປີ​ທີ່​ຜ່ານ​ມາ. ຕຳຫຼວດ​ຄາດ​ຄະ​ເນ​ວ່າ​ມີ​ຜູ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ປະມານ 170.000 ຄົນ, ​ແຕ່​ບັນດາ​ຜູ້​ຈັດ​ຕັ້ງ​ການແຫ່​ຂະ​ບວນປະ​ທ້ວງ​ພັດ​ຖື​ວ່າ​ມີ​ປະມານ 1 ລ້ານ​ຄົນ. ຕຳຫຼວດ ສ​ເກົາຫຼີ 25.000 ຄົນໄດ້ຮັບ​ການ​ຜັນ​ຂະຫຍາຍ ​ເພື່ອ​ຮັບປະກັນ​ໃຫ້ການ​ ແຫ່​ຂະ​ບວນປະ​ທ້ວງ​ດຳ​ເນີນ​ໄປ​ໃນ​ສັນຕິພາບ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 11/11, ລັດຖະບານ ສ​ເກົາຫຼີ ​ໄດ້​ຮຽກຮ້ອງ​ປະຊາຊົນ​ມີ​ຄວາມ​ທຸ່ນ​ທ່ຽງໃຈ, ​ເຄົາລົບ​ກົດໝາຍ, ບໍ່​ໄດ້​ກໍ່​​ໃຫ້​ເກີດ​ສະພາບຂາດຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ເມື່ອ​ເຂົ້າ​ຮ່ວມ​ການແຫ່​ຂະ​ບວນປະ​ທ້ວງ​. ນີ້​ແມ່ນ​ການແຫ່​ຂະ​ບວນປະ​ທ້ວງ​ ຄັ້ງ​ທີ 3 ຢ່າງ​ລຽນຕິດ ​ເພື່ອ​ຄັດຄ້ານທ່ານ​ນາງ​ປະທານາທິບໍດີ Park Geun-Hye ​ໄດ້​ປະ​ໃຫ້​ສ່ຽງ​ຜູ້​ສະໜິດສະໜົມ​ຂອງ​ຕົນ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ບໍລິຫານ​ລັດຖະບານ.

ຂ່າວ/ບົດ​ອື່ນ