ປະ​ທາ​ນາ​ທິ​ບໍ​ດີ ສ.ເຊັກ​ໂກ ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ກັບ ຫວຽດ​ນາມ

(VOVWORLD) - ວັນທີ 4 ມີນາ, ຢູ່ນະຄອນຫຼວງ Praha, ທ່ານເອກອັກຄະລັດຖະທູດ ຫວຽດນາມ ເຢືອງຮວ່າຍນາມ ໄດ້ຍື່ນສານຕາຕັ້ງ ຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເຖິງ ທ່ານປະທານາທິບໍດີ ສ.ເຊັກໂກ Petr Pavel.
ປະ​ທາ​ນາ​ທິ​ບໍ​ດີ ສ.ເຊັກ​ໂກ ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ກັບ ຫວຽດ​ນາມ - ảnh 1ທ່ານເອກອັກຄະລັດຖະທູດ ຫວຽດນາມ ເຢືອງຮວ່າຍນາມ ແລະ ທ່ານປະທານາທິບໍດີ ສ.ເຊັກໂກ Petr Pavel (ພາບ: TTXVN )

ທີ່ການຕ້ອນຮັບພາຍຫຼັງພິທີດັ່ງກ່າວ, ທ່ານປະທານາທິບໍດີ Petr Pavel ເຊື່ອໝັ້ນວ່າ ທ່ານເອກອັກຄະລັດຖະທູດ ເຢືອງຮວ່າຍນາມ ຈະມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້, ນຳການພົວພັນ ຫວຽດນາມ - ສ.ເຊັກໂກ ບັນລຸບາດກ້າວພັດທະນາໃໝ່, ເລິກເຊິ່ງ, ແທດຈິງ ແລະ ມີປະສິດທິຜົນກ່ວາເກົ່າ; ທ່ານຢັ້ງຢືນວ່າ ສ.ເຊັກໂກ ຍາມໃດກໍ່ຖືເປັນສຳຄັນ ແລະ ຕີລາຄາສູງການພົວພັນມິດຕະພາບທິ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ. ໃນສະພາບການ ຫວຽດນາມ ແລະ ສ.ເຊັກໂກ ພວມມຸ່ງໄປເຖິງການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1950 - 2025), ທ່ານປະທານາທິບໍດີ Petr Pavel ສະແດງຄວາມປາດຖະໜາຢາກໃຫ້ ສອງຝ່າຍສືບຕໍ່ມານະພະຍາຍາມ ເພີ່ມທະວີການຮ່ວມມື, ເປັນຕົ້ນແມ່ນໃນບັນດາຂົງເຂດຄື: ເສດຖະກິດ - ການຄ້າ - ການລົງທຶນ, ສະເໜີໃຫ້ສອງປະເທດເປີດສາຍການບິນໂດຍກົງໂດຍໄວ ເພື່ອຊຸກຍູ້ການພົວພັນດ້ານເສດຖະກິດ - ການຄ້າ, ການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນ.

ສ່ວນທ່ານເອກອັກຄະລັດຖະທູດ ເຢືອງຮວ່າຍນາມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖື ສ.ເຊັກໂກ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ເອີລົບ, ສ່ວນຕົວທ່ານເອກອັກຄະລັດຖະທູດ ຈະຕັດສິນໃຈ, ມານະພະຍາຍາມປະຕິບັດບົດບາດເປັນຂົວເຊື່ອມຕໍ່ໃຫ້ເປັນຢ່າງດີ, ປະກອບສ່ວນຊຸກຍູ້, ນຳການພົວພັນຮ່ວມມືລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່, ຮັບໃຊ້ຜົນປະໂຫຍດຂອງປະຊາຊົນສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ