ປະທານາທິບໍດີ ອານຊີເຣ ບົ່ງຕົວນາຍົກລັດຖະມົນຕີຄົນໃໝ່
(VOVWORLD) - ວັນທີ 28 ທັນວາ, ທ່ານປະທານາທິບໍດີ ອານເຊຣີ Abdelmadijid Tebboune ໄດ້ບົ່ງຕົວທ່ານ Abdelaziz Djerad ເປັນນາຍົກລັດຖະມົນຕີຄົນໃໝ່ຂອງປະເທດນີ້. ກ່ອນນີ້, ທ່ານ Abdelaziz Djerad ເປັນນັກທູດ ທັງເປັນຄູສອນວິຊາການເມືອງວິທະຍາ ຢູ່ ມະຫາວິທະຍາໄລ Algiers.
ທ່ານ Abdelaziz Djerad ເປັນນາຍົກລັດຖະມົນຕີຄົນໃໝ່ຂອງອານເຊຣີ (ພາບ: jeuneafrique) |
ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງນາຍົກລັດຖະມົນຕີ ໄດ້ປະກາດ ໃນເວລາເກືອບ 10 ວັນ ພາຍຫຼັງທີ່ ທ່ານປະທານາທິບໍດີ Abdelmadijid Tebboune ສາບານຕົວຮັບດໍາລົງຕໍາແໜ່ງຢູ່ນະຄອນຫຼວງ Algiers ດ້ວຍຄໍາໝັ້ນສັນຍາ ຈະຕ້ານການສໍ້ລາດບັງຫຼວງ ແລະ ຫັນພື້ນຖານເສດຖະກິດເປັນຫຼາຍຮູບຫຼາຍແບບ. ທ່ານ Abdelmadijid Tebboune ແມ່ນປະທານາທິບໍດີ ຄົນທີ 8 ຂອງ ອານເຊຣີ ນັບແຕ່ເມື່ອປະເທດ ອາຟະລິກາ ເໜືອນີ້ ຍາດໄດ້ເອກະລາດໃນປີ 1962.