ປະທານາທິບໍດີ ອາເມລິກາ Barack Obama ຢ້ຽມຢາມໄທ

ປະທານາທິບໍດີ ອາເມລິກາ Barack Obama ຢ້ຽມຢາມໄທ - ảnh 1

(ພາບ:baomoi.com)

(vovworld) - ຕອນ​ບ່າຍວັນ​ທີ 18/11, ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​​​ໄດ້​ເດີນ​ທາງ​ມາ​ຮອດ​ນະຄອນຫຼວງ​ບາງກອກ ປະ​ເທດ​ໄທ, ​ເລີ່​ມຕົ້ນການ​​ໄປ​ປະຕິບັ​ດງານ​ຢູ່ສາມ​ປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽ​ງໃຕ້. ​ໄທ ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການ​ໄປ​ປະຕິບັດ​ງານ​ຕ່າງປະ​ເທດຂອງປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງຄືນ​ໃໝ່. ຢູ່​ນະຄອນຫຼວງ​ບາງກອກ, ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama  ​ແລະ ນາຍົກລັດຖະມົນຕີປະ​ເທດ​ເຈົ້າພາບ, ທ່າ​ນນາງ ຍິ່ງ​ຮັກ ຊີ​ນນາ​ວັດ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ນຳ​ກັນ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຮ່ວມ, ທ່າ​ນນາງ ຍິ່ງ​ຮັກ ຊີ​ນນາ​ວັດ ​ໄດ້​ເວົ້າວ່າການຢ້ຽມຢາມ​ຂອງ​ທ່ານ Barack Obama ​ແມ່ນ “​ໂອກາດ​ດີ​ທີ່​ສຸດ“ ​ເພື່ອ​ກ້າວ​ໄປ​ເຖິງ​ພິທີ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດລະຫວ່າງສອງ​ປະ​ເທດ​.  ທ່າ​ນນາງນາຍົກລັດຖະມົນຕີຍິ່ງ​ຮັກ ຊີ​ນນາ​ວັດ ຍັງ​ໃຫ້​ຮູ້​ວ່າ: ​ໄທ ຈະ​ຊັ່ງຊາ​ບັນຫາ​ເຂົ້າຮ່ວມ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ພົວພັນຄູ່​ຮ່ວມ​ມື​​ເສດຖະກິດ​ຍຸດ​ທະ​ສາດ​ເຂດ​ປາຊີ​ຟິກ (TPP) ​ແລະ ຮັບປະກັນ​ບັນດາ​ລະບຽບ​ການ​ດ້ານ​ກົດໝາຍ​ພາຍ​ໃນ​ປະ​ເທດ​ກ່ຽວ​ກັບ​ບັນຫາ​ນີ້. ​ໃນ​ຂະນະ​ນັ້ນ, ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ເວົ້າວ່າ: “​ເລື່ອງ​ໄທ ຢາກ​ສ້າງ​ພື້ນຖານ​​ເພື່ອ​ເຂົ້າຮ່ວມ  TPP ມາດຖານ​ສູງ ຈະ​ຊຸ​ກຍູ້​ທັດສະນະ​ຂອງ​ພວກ​ເຮົາ ​ທີ່​ມີ​ຕໍ່​ພາກ​ພື້ນ​​ການ​ຄ້າ​ເສລີ, ຍຸດຕິ​ທຳ ​ແລະ ທຸກໆ​ປະ​ເທດ​ລ້ວນ​ແຕ່​ມີ​ຄວາມ​ເຄົາລົບ​ກົດ​ລະບຽບ“. ການ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ນະຄອນ​ຫຼວງ​ບາງກອກ ​ໄດ້​ຮັບ​ການ​ເພີ່ມ​ທະວີ​ຢ່າງ​ສຸດ​ຂີດ​ດ້ວຍ​ການ​ຜັນ​ຂະຫຍາຍກຳລັງ​ຕຳຫຼວດ ​ແລະ ພາລະ​ກອນ​ປ້ອງ​ກັນ​ຄວາມ​ສະຫງົບ​ນັບ​ພັນໆ​ຄົນ​ຢູ່​ບັນດາ​ເຂດ​ມໍ່​ກັບ​ສຳນັກງານ​ລັດຖະບານ, ​ແຫ່ງ​ດຳ​ເນີນ​ການ​ເຈລະຈາ​ລະຫວ່າງ, ປະທານາທິບໍດີອາ​ເມ​ລິ​ກາ Barack Obama ​​ແລະ  ທ່າ​ນນາງນາຍົກລັດຖະມົນຕີຍິ່ງ​ຮັກ ຊີ​ນນາ​ວັດ.

 

ຂ່າວ/ບົດ​ອື່ນ