ປະທານາທິບໍດີ ອາເມລິກາ Barak Obama ປະກາດ ຂໍ້ສະເຫນີຄວບຄຸມປືນ

ປະທານາທິບໍດີ ອາເມລິກາ         Barak Obama ປະກາດ     ຂໍ້ສະເຫນີຄວບຄຸມປືນ - ảnh 1
ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama
ພາບ:internet


(vovworld) - ວັນ​ທີ 16/1, ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ເຊັນ​ດຳລັດ 23 ສະບັບ ​ເພື່ອ​ຈຳກັດ​ສະພາບ​ໃຊ້​ຄວາມ​ຮຸນ​ແຮງ​ທີ່​ກ່ຽວຂ້ອງ​ເຖິງ​ປືນ ​ແລະ ຮຽກຮ້ອງ​ໃຫ້​ສະພາ​ແຫ່ງ​ຊາດ​ປະ​ເທດ​ນີ້ ຮັບຮ​ອງ​ເອົາ​ຄຳ​ສັ່ງ​ຫ້າມ​ອາວຸດ​ບຸກ​ໂຈມ​ຕີ​ໂດຍ​ໄວ. ​ໃນ​ບັນດາ​ມາດ​ຕະການ​ຊຶ່ງ​ທ່ານ Obama ຮຽກຮ້ອງ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ ມີ​ການ​ກວດກາ​ຊີວະ​ປະຫວັດ​ສຳລັບ​ທຸກ​ເປົ້າ​ໝາຍ​ນຳ​ໃຊ້​ປືນ ​ແລະ ອັດ​ປະຕູ​ຮ້ານ​ຂາຍ​ຍ່ອຍ​ປືນ ​ແລະ ວາງສະ​ແດງ​ປືນ, ຜູ້ກຳມະສິດ​ປືນ​ພຽງ​​ແຕ່​ໄດ້​ນຳ​ໃຊ້​ລູກປືນຕຳ່​ກວ່າ 10 ລູກ​.ຖ້າ​ໄດ້​ຮັບ​ການ​ນຳ​ໃຊ້​ຢ່າງ​ສົມບູນ, ບັນດາ​ດຳລັດ​ດັ່ງກ່າວ​ຂອງ​ທ່ານ​ປະທານາທິບໍດີ ອາ​ເມລິ​ກາ Barack Obama ຈະ​ເປັນ​ຂີດ​ໝາຍ​​ແຫ່ງການ​ປະຕິ​ຮູບ​ຄວບ​ຄຸມ​ປືນຄັ້ງ​ໃຫຍ່​ກວ່າ​ໝູ່​ໃນ​ຫລາຍ​ທົດ​ສະຫວັດ​ຜ່ານ​ມາ​ຢູ່ ອາ​ເມ​ລິ​ກາ. ຫາງ​ສຽງ ອາ​ເມ​ລິ​ກາ ມີ​ຄຳ​ເຫັນ​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ດຳລັດ​ດ້ານ​ບໍລິຫານ​ດັ່ງກ່າວ.

 

 

ຂ່າວ/ບົດ​ອື່ນ