ປ​ະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຄົນ​ປັດ​ຈຸ​ບັນ Donald Trump ຍາດ​ໄດ້ບັດ​ສະ​ໜັບ​ສະ​ໜູນ 3 ບັດ​ຕື່ມ​ອີກ ຈາກ ຄະ​ນະ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່ລັດ Alaska

(VOVWORLD) -ທ່ານປະທານາທິບໍດີ Donald Trump ໄດ້ນຳໜ້າດ້ວຍອັດຕາສ່ວນປະມານ 57% ຈຳນວນບັດສະໜັບສະໜູນ ເມື່ອທຽບໃສ່ 39% ຂອງຜູ້ສະໝັກເລືອກຕັ້ງ ພັກປະຊາທິປະໄຕ Joe Biden.
ປ​ະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຄົນ​ປັດ​ຈຸ​ບັນ Donald Trump ຍາດ​ໄດ້ບັດ​ສະ​ໜັບ​ສະ​ໜູນ 3 ບັດ​ຕື່ມ​ອີກ ຈາກ ຄະ​ນະ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຢູ່ລັດ Alaska - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: TTXVN)

 ຕາມໜັງສືພິມ The Hill, ທ່ານປະທານາທິບໍດີ ອາເມລິກາ Donald Trump ຍາດໄດ້ໄຊຊະນະຢູ່ ລັດ Alaska, ຜ່ານນັ້ນ ຍາດໄດ້ບັດສະໜັບສະໜູນຕື່ມອີກ 3 ບັດ ຈາກຄະນະຜູ້ມີສິດເລືອກຕັ້ງ, ອັນໄດ້ຍົກຈຳນວນບັດສະໜັບສະໜູນທັງໝົດຂອງທ່ານຮອດຈຸດເວລານີ້ ຂຶ້ນເປັນ 217 ບັດ.

        ດ້ວຍຈຳນວນ 75% ບັດເລືອກຕັ້ງທີ່ໄດ້ນັບຢູ່ລັດ Alaska, ທ່ານປະທານາທິບໍດີ Donald Trump ໄດ້ນຳໜ້າດ້ວຍອັດຕາສ່ວນປະມານ 57% ຈຳນວນບັດສະໜັບສະໜູນ ເມື່ອທຽບໃສ່ 39% ຂອງຜູ້ສະໝັກເລືອກຕັ້ງ ພັກປະຊາທິປະໄຕ Joe Biden.

ຕອບກັບ

ຂ່າວ/ບົດ​ອື່ນ