ປະທານາທິບໍດີ ອາເມລິກາ ປາດຖະໜາຢາກຮ່ວມມືກັບ ສ.ເກົາຫຼີ ໃນບັນຫາ ສປປ.ເກົາຫຼີ
(VOVWORLD) - ວັນທີ 17 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ການຕ້ອນຮັບທ່ານ Hong Seok-hyun ທູດພິເສດຂອງປະທານາທິບໍດີຄົນໃໝ່ ສ.ເກົາຫຼີ Moon Jae-in ທີ່ພວມຢູ່ຢ້ຽມຢາມ ອາເມລິກາ
ທ່ານປະທານາທິບໍດີ Moon Jae-in (ພາບ: Yonhap) |
ທີ່ການພົບປະ, ທ່ານປະທານາທິບໍດີ Trump ຊີ້ແຈ້ງວ່າ ທ່ານຢາກຮ່ວມມືຢ່າງແໜ້ນແຟ້ນກັບລັດຖະບານໃໝ່ຂອງ ສ.ເກົາຫຼີ ເພື່ອແກ້ໄຂບັນຫານິວເຄຼຍໃນແຫຼມ ເກົາຫຼີ. ທ່ານປະທານາທິບໍດີ ອາເມລິກາ ກໍ່ແລກປ່ຽນກ່ຽວກັບບັນດາມາດຕະການລົງໂທດ ສປປ.ເກົາຫຼີ ແລະ ການພົວພັນຮ່ວມມືກັບ ຈີນ. ທ່ານ Trump ຢືນຢັນວ່າ ທຳນຽບຂາວ ພ້ອມແລ້ວທີ່ຈະເດີນຕາມຄວາມມານະພະຍາຍາມສ້າງສັນຕິພາບ ໂດຍຜ່ານການປຶກສາຫາລືກັບ ພຽງຢາງ ຖ້າຫາກມີບັນດາເງື່ອນໄຂເໝາະສົມ.
ການຢ້ຽມຢາມ ອາເມລິກາ ຄັ້ງນີ້, ທ່ານ Hong Seok-hyun ທູດພິເສດຂອງປະທານາທິບໍດີຄົນໃໝ່ ສ.ເກົາຫຼີ ໄດ້ສົ່ງສານຂອງທ່ານປະທານາທິບໍດີ Moon Jae-in ເຖິງທ່ານ Trump, ສະແດງທັດສະນະຂອງລັດຖະບານໃໝ່ຢູ່ ສ.ເກົາຫຼີ ກ່ຽວກັບການພົວພັນ 2 ຝ່າຍ ແລະ ລະບົບປ້ອງກັນລູກສອນໄຟໄລຍະໄກສຸດທ້າຍ (THAAD) .