ປະທານາທິບໍດີ ອາເມລິກາ ຟາກຈົດໝາຍຂໍໂທດລັດຖະບານ ອາບການິດສະຖານ

ປະທານາທິບໍດີ ອາເມລິກາ ຟາກຈົດໝາຍຂໍໂທດລັດຖະບານ ອາບການິດສະຖານ - ảnh 1
ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama
(ພາບ: ອີນເຕີເນັດ)

(vovworld) – ທ່ານ​ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ສົ່ງ​ຈົດໝາຍ​ກ່າວ​ຄ​ຳຂໍ​ໂທດ​ເຖິງ​ລັດຖະບານ ​ອາບ​ກາ​ນິດ​ສະຖານ​ ເມືອ​ວັນ​ທີ 23/3, ກ່ຽວ​ກັບ​ເລື່ອງ​ທະຫານ​ອາ​ເມ​ລິ​ກາ​ ຈູດ​ປື້​ມຄຳ​ພີ Koran ທີ່​ເຂດຕັ້ງ​ຖານ​ທີ່​ໝັ້ນ​ການ​ທະຫານ Bargam ຂອງ​ ອາ​ເມ​ລິ​ກາ ຢູ່​ ອາບ​ກາ​ນິດ​ສະຖານ. ​ໃນ​ຈົດໝາຍ, ທ່ານ​ປະທານາທິບໍດີ Obama ສະ​ແດງ​ຄວາມ​ເສຍດາຍ​ຕໍ່​ເຫດການ​ດັ່ງກ່າວ, ພ້ອມ​ກັນ​ນັ້ນ​ກໍ​ຈະ​ຮັບຜິດຊອບ​ຕໍ່​ເຫດ​ການ​ນີ້. ​ໃນ​ຂະນະ​ນັ້ນ, ທ່ານ​ພົນ​ເອກ John Allen, ຜູ້​ບັນຊາ​ການ​ໃຫຍ່​ກອງທັບ​ອາ​ເມ​ລິ​ກາ ​ແລະ ກຳລັງ​ທະຫານ​ປະສົມ​ຢູ່​ອາບ​ກາ​ນິດ​ສະຖານ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ​ທ່ານ​​ໄດ້​ອອກ​ຄຳ​ສັ່ງ​ດຳ​ເນີນ​ການ​ສືບສວນ​ລວມກັບ​ຝ່າຍ ອາບ​ກາ​ນິດ​ສະຖານ ກ່ຽວ​ກັບ​ບັນຫາ​ນີ້​ດ້ວຍ​ຈິດ​ໃຈ​ກະຈາງ​ແຈ້ງ ​ເພື່​ອ​ແນ​ໃສ່​ສະ​ກັດກັ້ນ​ບໍ່​ໃຫ້​ເກີດບັນດາ​ເຫດການທີ່​ຄ້າຍຄື​ກັນ.

 

ຂ່າວ/ບົດ​ອື່ນ