ປະທານາທິບໍດີ ອາເມລິກາ ມີຄວາມປະເອີບໃຈກ່ຽວກັບແງ່ຫວັງການເຈລະຈາດ້ານການຄ້າກັບຈີນ

(VOVWORLD) -ວັນທີ 4 ມັງກອນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສະແດງຄວາມເຊື່ອໝັ້ນວ່າ ວໍຊີງຕັນ ແລະ ປັກກີ່ງ ຈະບັນລຸໄດ້ຂໍ້ຕົກລົງ ເພື່ອແນໃສ່ສິ້ນສຸດການຂັດແຍ້ງດ້ານການຄ້າທີ່ແກ່ຍາວໃນຫລາຍເດືອນຜ່ານມາ ຊື່ງເຮັດໃຫ້ບັນດາຕະຫລາດການເງິນຖືກຜົນສະທ້ອນຢ່າງຫນັກຫນ່ວງ.

ປະທານາທິບໍດີ ອາເມລິກາ ມີຄວາມປະເອີບໃຈກ່ຽວກັບແງ່ຫວັງການເຈລະຈາດ້ານການຄ້າກັບຈີນ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump

ພາບ:vietnam+

ກ່າວຄຳເຫັນຕໍ່ວົງການນັກຂ່າວ ຢູ່ ທຳນຽບຂາວ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ຮູ້ວ່າ: ບັນດາການເຈລະຈາພວມດຳເນີນໄປກັບຈີນແມ່ນຢູ່ໃນ “ຂັ້ນສູງສຸດ” ແລະ ພວມບັນລຸໄດ້ຄວາມຄືບຫນ້າ ດີທີ່ສຸດ. ຕາມທ່ານ D.Trump ແລ້ວ, ບັນດາຜົນກະທົບຕໍ່ພື້ນຖານເສດຖະກິດຈີນໃນໄລຍະຜ່ານມານັ້ນ ໄດ້ພາໃຫ້ຈີນ ຢາກບັນລຸໄດ້ຂໍ້ຕົກລົງກັບອາເມລິກາ.

ຕາມແຜນການ, ມີຄະນະຜູ້ແທນອາເມລິກາຄະນະຫນຶ່ງ ຈະເດີນທາງໄປເຖິງ ປັກກີ່ງ ໃນວັນທີ 7 ມັງກອນ ເພື່ອດຳເນີນການເຈລະຈາກັບວົງການເຈົ້າຫນ້າທີ່ຈີນ. ກະຊວງການຄ້າ ຈີນໃຫ້ຮູ້ວ່າ: ບັນດາການເຈລະຈາດ້ານການຄ້າຂັ້ນຮອງລັດຖະມົນຕີ ດຳເນີນໃນວັນທີ 7-8 ມັງກອນນີ້, ຝ່າຍ ອາເມລິກາ ໂດຍທ່ານ Jeffrey Gerish ຮອງຜູ້ຕາງຫນ້າອົງການການຄ້າອາເມລິກາ ນຳຫນ້າ. ທີ່ການເຈລະຈາຄັ້ງນີ້ ຈະປຶກສາຫາລື “ເລື່ອງປະຕິບັດຂໍ້ຕົກລົງສຳຄັນ” ຊື່ງການນຳ ຈີນ ແລະ ອາເມລິກາ ບັນລຸໄດ້ໃນການພົບປະສອງຝ່າຍຢູ່ນອກກອງປະຊຸມສຸດຍອດກຸ່ມ G20 ຢູ່ ອັກຊັງຕີນ ໃນທ້າຍປີ 2018.

ຕອບກັບ

ຂ່າວ/ບົດ​ອື່ນ