ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ ມີ​ຄວາມ​ປ​າດ​ຖະ​ໜາ​ພົບ​ປະ​ກັບ​ທ່ານ​ປະ​ທານ​ປະ​ເທດ ຈີນ​ໃນ​ປີ​ 2023

(VOVWORLD) - ທ່ານປະທານາທິບໍດີ Joe Biden ຄາດວ່າຈະເຊື້ອເຊີນທ່ານປະທານປະເທດ ຈີນ ໄປຍັງ San Francisco ໃນເດືອນພະຈິກ ປີ 2023 ເມື່ອ ອາເມລິກາຈັດຕັ້ງ ກອງປະຊຸມ ສຸດຍອດຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC).
ປະ​ທານ​າ​ທິ​ບໍ​ດີ ອາ​ເມ​ລິ​ກາ ມີ​ຄວາມ​ປ​າດ​ຖະ​ໜາ​ພົບ​ປະ​ກັບ​ທ່ານ​ປະ​ທານ​ປະ​ເທດ ຈີນ​ໃນ​ປີ​ 2023 - ảnh 1ທ່ານປະທານາທິບໍດີ Joe Biden ຄາດວ່າຈະເຊື້ອເຊີນທ່ານປະທານປະເທດ ຈີນ ສີຈຶ້ນຜິງ (ພາບ: Reuters)

ວັນທີ 18 ສິງຫາ, ເມື່ອຕອບຄຳຖາມຂອງສື່ມວນຊົນພາຍຫຼັງການພົບປະກັບບັນດາການນຳ ຍີ່ປຸ່ນ ແລະ ສ.ເກົາຫຼີ ຢູ່ຄ້າຍ David, ລັດ Maryland, ອາເມລິກາ. ທ່ານປະທານາທິບໍດີ ອາເມລິກາ ໄດ້ສະແດງຄວາມປາດຖະໜາຢາກພົບປະກັບທ່ານປະທານປະເທດ ຈີນ ສີຈິ້ນຜິງ ໃນປີ 2023, ໃນສະພາບການເກີດຄວາມຂັດແຍ້ງກັນຫຼາຍຢ່າງລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ.

ກ່ອນໜ້ານັ້ນທ່ານປະທານາທິບໍດີ Joe Biden ມີການພົບປະທ່ານປະທານປະເທດ ສີຈິ້ນຜິງຄັ້ງທຳອິດໃນຖານະເປັນປະທານາທິບໍດີ ເມື່ອເດືອນ ພະຈິກປີ 2022 ຢູ່ Bali, ອິນໂດເນເຊຍ. ທີ່ການພົບປະຄັ້ງນີ້, ສອງຝ່າຍໄດ້ເຫັນດີເປັນເອກະພາບຮ່ວມມືກັນເພື່ອແກ້ໄຂຄວາມເຄັ່ງຕຶງສອງຝ່າຍ. ທ່ານປະທານາທິບໍດີ Joe Biden ຄາດວ່າຈະເຊື້ອເຊີນທ່ານປະທານປະເທດ ຈີນ ໄປຍັງ San Francisco ໃນເດືອນພະຈິກ ປີ 2023 ເມື່ອ ອາເມລິກາຈັດຕັ້ງ ກອງປະຊຸມ ສຸດຍອດຂອງເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC).

ຕອບກັບ

ຂ່າວ/ບົດ​ອື່ນ