ປະທານາທິບໍດີ ອາເມລິກາ ສະເໜີ ເອີຣົບ ຮັບເອົາບັນດາພົນລະເມືອງໄດ້ເຂົ້າຮ່ວມ IS ຢູ່ ຊີຣີ

(VOVWORLD) - ວັນທີ 17 ກຸມພາ, ໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Donald Trump ຂຽນວ່າ: 
ປະທານາທິບໍດີ ອາເມລິກາ ສະເໜີ ເອີຣົບ ຮັບເອົາບັນດາພົນລະເມືອງໄດ້ເຂົ້າຮ່ວມ IS ຢູ່ ຊີຣີ - ảnh 1 ທ່ານປະທານາທິບໍດີ Donald Trump  (ພາບ: THX/TTXVN)

“ອາເມລິກາ ສະເໜີ ອັງກິດ, ຝຣັ່ງ, ເຢຍລະມັນ ແລະ ບັນດາປະເທດພັນທະມິດ ເອີຣົບ ອື່ນໆ ຮັບເອົາມືປືນ IS ກ່ວາ 800 ຄົນ ເຊິ່ງ ອາເມລິກາ ໄດ້ຈັບຕົວຢູ່ ຊີຣີ, ແລະ ດຳເນີນການພິພາກສາບັນດາເປົ້າໝາຍນີ້”. ທ່ານປະທານາທິບໍດີ ອາເມລິກາ ເນັ້ນໜັກວ່າ: ອັນທີ່ເອີ້ນວ່າ “ລາຊະອານາຈັກອິດສະລາມ” ໃກ້ຈະພັງທະລາຍ, ມີຄວາມອາດສາມາດເປັນໄປໄດ້ ທີ່ກຳລັງທ້ອງຖິ່ນຢູ່ ຊີຣີ ທີ່ໄດ້ຈັບຕົວບັນດາມືປືນ IS ຈະຈຳຕ້ອງປ່ອຍຕົວບັນດາເປົ້າໝາຍທຳສົງຄາມສັກສິດນີ້, ແລະ ໃນຂະນະນັ້ນ “ອາເມລິກາ ບໍ່ຢາກເຫັນບັນດາມືປືນ IS ແຊກຊຶມ ເອີຣົບ”.

        ວັນທີ 15 ກຸມພາ, ໃນຖະແຫຼງການໜຶ່ງ, ທ່ານ Donald Trump ໃຫ້ຮູ້ວ່າ: “ໃນເວລາ 24 ຊົ່ວໂມງຈະມາເຖິງ” ຈະມີການປະກາດກ່ຽວກັບການພັງທະລາຍຂອງ “ລາຊະອານາຈັກ ອິດສະລາມ”. ເຖິງຢ່າງໃດກໍ່ຕາມ, ຈຸດເວລານັ້ນໄດ້ຜ່ານໄປແລ້ວ ແລະ ຍັງບໍ່ທັນມີການປະກາດໃດໆຂອງ ອາເມລິກາ ກ່ຽວກັບເຫດການດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ