ທ່ານ Barack Obama ແລະ ທ່ານນາງ Angela Merkel
(ພາບ: AFP/TTXVN)
(vovworld) – ວັນທີ 19/01, ທ່ານ Barack Obama ປະທານາທິບໍດີ ອາເມລິກາ ຜູ້ໃກ້ຈະສິ້ນສຸດອາຍຸການມີການເຈລະຈາທາງໂທລະສັບກັບທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel. ຢືນຢັນການພົວພັນລະຫວ່າງ ອາເມລິກາ ແລະ ເຢຍລະມັນ ມີຄວາມໝາຍສຳຄັນພິເສດກັບໂລກ. ການເຈລະຈາທາງໂທລະສັບນີ້ ດຳເນີນໄປກ່ອນທີ່ທ່ານ Obama ມອບສິດອຳນາດໃຫ້ທ່ານ Donald Trump ປະທານາທິບໍດີ ອາເມລິກາຜູ້ຫາກໍ່ໄຊຊະນະໃນການເລືອກຕັ້ງ ເປັນເວລາໜຶ່ງວັນ, ເຊິ່ງແມ່ນຜູ້ທີ່ມີຄຳປາໄສຕຳໜິຕິຕຽນສຳລັບທ່ານນາງ Merkel, ກໍ່ຄືອົງການສົນທິສັນຍາອັດລັງຕິກເໜືອ (NATO) ເຊິ່ງ ອາເມລິກາ ແລະ ເຢຍລະມັນ ເປັນ 2 ປະເທດມີບົດບາດສຳຄັນ. ທ່ານ Obama ແລະ ທ່ານນາງ Merkel ລ້ວນແຕ່ເຫັນດີເປັນເອກະພາບວ່າ ການຮ່ວມມືລະຫວ່າງ ອາເມລິກາ ແລະ ເຢຍລະມັນ ແມ່ນຈຳເປັນທີ່ສຸດໃຫ້ແກ່ການພົວພັນຂ້າມອັດລັງຕິກຢ່າງເຂັ້ມແຂງ, ໂດຍອີງໃສ່ຄວາມເປັນລະບຽບຮຽບຮ້ອຍສາກົນ, ແລະ ປົກປັກຮັກສາບັນດາມູນຄ່າ ເຊິ່ງ 2 ຝ່າຍພວມມານະພະຍາຍາມ ເພື່ອຊຸກຍູ້ຄວາມກ້າວໜ້າຂອງມະນຸດຢູ່ແຕ່ລະປະເທດ, ກໍ່ຄືຢູ່ໃນໂລກ.