ປະທານາທິບໍດີ ອາເມລິກາ ເຊັນປະກາດໃຊ້ກົດໝາຍວ່າດ້ວຍການຊ່ວຍເຫຼືອຢູກແຣນ ແລະ ລົງໂທດລັດເຊຍ

  ປະທານາທິບໍດີ ອາເມລິກາ ເຊັນປະກາດໃຊ້ກົດໝາຍວ່າດ້ວຍການຊ່ວຍເຫຼືອຢູກແຣນ ແລະ ລົງໂທດລັດເຊຍ - ảnh 1
ປະທານາທິບໍດີ ອາ​ເມ​ລິ​ກາ Barak Obama
(ພາບ: AFP)

(vovworld)- ວັນ​ທີ 3/4 ປະທານາທິບໍດີ ອາ​ເມ​ລິ​ກາ Barak Obama ​ໄດ້​ເຊັນ​ປະກາດ​ໃຊ້​ກົດໝາຍ​ວ່າ​ດ້ວຍ​ການຊ່ວຍ​ເຫຼືອ​ດ້ານ​ການ​ເງິນ​ໃຫ້​ແກ່ຢູກແຣນ ​ແລະ ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ລົງ​ໂທດ​ລັດ​ເຊຍ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ລັດ​ເຊຍ​ໂຮມ​ກະຣືມ​ເຂົ້າ​ດິນ​ແດນ​ຂອງ​ຕົນ. ​ແຈ້ງ​ການ​ຂອງ​ທຳນຽບຂາວ​ໃຫ້​ຮູ້​ວ່າ ປະທານາທິ ບໍດີອາ​ເມ​ລິ​ກາ Barak Obama ​ໄດ້​ເຊັນ​ຮ່າງ​ກົດໝາຍ​ຮັບປະກັນ​ບ້ວງ​ເງິນ​ກູ້ 1ຕື້ USD ທີ່​ສະ​ຫງວນ​ໃຫ້​ແກ່ຢູກແຣນ ​ແລະ ພິຈາລະນາ​ຈັດ​ວາງບັນດາ​ມາດ​ຕະການ​ລົງ​ໂທດ​ບັນດາ​ສ່ວນ​ບຸກຄົນ​ທີ່​ກ່ຽວຂ້ອງ​ບັນຫາຢູກແຣນ. ຕາມ​ສຳນັກ​ຂ່າວສານ AP ຂອງອາ​ເມ​ລິ​ກາ​ແລ້ວ, ມີ​ ສ.ສ.ຊ ບາງ​ທ່ານ ​ໄດ້​ກະຕຸກ​ຊຸກຍູ້ປະທານາທິບໍດີ ອາ​ເມ​ລິ​ກາ Barak Obama ຈົ່ງ​ດຳ​ເນີນ​ບັນດາ​ບາດກ້າວ​ຕໍ່​ໄປ, ​ໃນ​ນັ້ນ​ມີ​ການ​ເພີ່ມ​ທະວີ​ການ​ສົ່ງ​ອອກ​ອາຍ​ແກັສ​ໃຫ້​ແກ່​ເອີ​ລົບ.

   ຂ່າວ​ຍັງ​ໃຫ້​ຮູ້​ວ່າ ​ໃນ​ວັນ​ດຽວ​ກັນ, ສື່​ມວນ​ຊົນ​ລັດ​ເຊຍ​ໃຫ້​ຂ່າວ​ວ່າ ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ນີ້ ​ໄດ້​ຈັບ​ຕົວ​ຊາວຢູກແຣນ 25 ຄົນ ຍ້ອນ​ຖືກ​ສົງ​ໄສ​ມີ​ກົນອຸບາຍ​ດຳ​ເນີນ​ການ​ເຄື່ອນ​ໄຫວມ້າງ​ເພ​ທຳລາຍ ​ແລະ ກໍ່​ການ​ຮ້າຍ​ໃນ​ດິນ​ແດນ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ