ປະທານາທິບໍດີ ອາເມລິກາ ໂຈະການຢ້ຽມຢາມ ມາເລເຊຍ ແລະ ຟີລິບປິນ
ທ່ານປະທານາທິບໍດີ Barack Obama
(ພາບ: AFP )
(vovworld) – ຂາດງົບປະມານບໍ່ພຽງແຕ່ເຮັດໃຫ້ລັດຖະບານ ອາເມລິກາ ຕ້ອງໂຈະການເຄື່ອນໄຫວໄວ້ສ່ວນໜຶ່ງເທົ່ານັ້ນ ຫາກຍັງເຮັດໃຫ້ທ່ານປະທານາທິບໍດີ Barack Obama ຕ້ອງໂຈະການເຄື່ອນໄຫວຢ້ຽມຢາມ ມາເລເຊຍ ແລະ ຟິລິບປິນ ໃນການປະຕິບັດງານຢູ່ ອາຊີ ໃນອາທິດໜ້າ. ໃນຖະແຫຼງການເມື່ອວັນທີ 2/10, ທຳນຽບຂາວໃຫ້ຮູ້ວ່າ: ລັດຖະມົນຕີການຕ່າງປະເທດ ອາເມລິກາ John Kerry ຈະຕາງໜ້າປະທານາທິບໍດີ Obama ໄປຢ້ຽມຢາມ 2 ປະເທດອາຊີ ຕາເວັນອອກສຽງໃຕ້ນີ້. ຕາມແຜນການກ່ອນນັ້ນ, ທ່ານປະທານາທິບໍດີ Barack Obama ຈະໄປປະຕິບັດງານຢູ່ 4 ປະເທດອາຊີຕາເວັນອອກສຽງໃຕ້ແມ່ນ: ອິນໂດເນເຊຍ, ບຣູໄນ, ມາເລເຊຍ ແລະ ຟິລິບປິນ, ແຕ່ວັນທີ 6 – 12/10 ເພື່ອເຂົ້າຮ່ວມ 2 ກອງປະຊຸມຂັ້ນສູງ ແລະ ປຶກສາຫາລືກ່ຽວກັບ 2 ເນື້ອໃນຈຸດສຸມແມ່ນເສດຖະກິດ, ຄວາມໝັ້ນຄົງ.
ໃນສະພາບການທີ່ກ່ຽວຂ້ອງ, ທ່ານປະທານາທິບໍດີ ແລະ ສະພາແຫ່ງຊາດ ອາເມລິກາ ສືບຕໍ່ປະລາໄຊໃນການເຈລະຈາກ່ຽວກັບແຜນງົບປະມານປີ 2014 ແລະ ການຍົກເພດານໜີ້ສິນສະຫະລັດຂຶ້ນ 16.700 ຕື້ USD ຊຶ່ງຄາດວ່າຈະຮອດກຳນົດເວລາໃນກາງເດືອນ 10 ນີ້.