ປະ​ທາ​ນາ​ທິບ​ໍ​ດີ ອ​າ​ເມ​ລິກ​າ ໃຫ​້​ຄຳ​ເຕືອນ​​ຕໍ່ຈີນຄວນ​ຍູ້​ແຮງ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ກ່ອນທີ່​ຈະ​ຊັກ​ຊ້າ​ເກີນ​ໄປ

(VOVWORLD) -  "ປະເທດຈີນຕ້ອງບັນລຸໄດ້ຂໍ້ຕົກລົງການຄ້າກັບ ອາເມລິກາ ໃນເວລານີ້, ຖ້າ ບັນລຸໄດ້ ປັກກິ່ງ ຕ້ອງປະເຊີນໜ້າກັບຂໍ້ຕົກລົງທີ່ຊົ່ວຮ້າຍກ່ວາ ໃນອາຍຸການ ປະທານາທິບໍດີຕໍ່ໄປ"
ປະ​ທາ​ນາ​ທິບ​ໍ​ດີ ອ​າ​ເມ​ລິກ​າ ໃຫ​້​ຄຳ​ເຕືອນ​​ຕໍ່ຈີນຄວນ​ຍູ້​ແຮງ​ການ​ເຈ​ລະ​ຈາ​ດ້ານ​ການ​ຄ້າ​ກ່ອນທີ່​ຈະ​ຊັກ​ຊ້າ​ເກີນ​ໄປ - ảnh 1ທ່ານ Donald Trump ປະທານາທິບໍດີ ອາເມລິກາ ( ພາບ AFP/TTXVN )

ວັນທີ 11 ພຶດສະພາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ໃຫ້ຄຳເຕືອນຕໍ່ຈີນວ່າ ປະເທດນີ້ຕ້ອງບັນລຸໄດ້ຂໍ້ຕົກລົງການຄ້າກັບ ອາເມລິກາ ໃນເວລານີ້, ຖ້າ ບັນລຸໄດ້ ປັກກິ່ງ ຕ້ອງປະເຊີນໜ້າກັບຂໍ້ຕົກລົງທີ່ຊົ່ວຮ້າຍກ່ວາ ໃນອາຍຸການ ປະທານາທິບໍດີຕໍ່ໄປ. ໃນສື່ສັງຄົມອອນລາຍ Twitter, ທ່ານ Donald Trump ຖືວ່າ ພາຍຫຼັງບັນດາການເຈລະຈາດ້ານການຄ້າທີ່ບໍ່ບັນລຸໄດ້ໝາກຜົນຫຍັງ, ຈີນພວມລໍຖ້າເບີງວ່າ ພັກປະຊາທິປາໄຕຈະຍາດ ໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີຈະມາເຖິງຫຼືບໍ່ ເພື່ອພິຈາລະນາຄືນໃໝ່.

        ທ່ານ Donald Trump ເຊື່ອໝັ້ນວ່າ ຖ້າທຸກໆເລື່ອງຈະດຳເນີນໄປຕາມແນວນັ້ນ, ປະເທດ ອາເມລິກາ ຈະຂາດດຸນເຖິງ 500 ຕຶ້ USD/ ປີ. ເຖິງຢ່າງໃດກໍ່ຕາມ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ຍັງສະແດງຄວາມເຊື່ອໝັ້ນຈະຍາດໄດ້ໄຊຊະນາໃນສະພາບການເຕີບໂຕເສດຖະກິດ ແລະ ອັດຕາຜູ້ວ່າງງານ ຂອງອາເມລິກາ ດີພໍສົມຄວນ.

ຕອບກັບ

ຂ່າວ/ບົດ​ອື່ນ